ອົດ​ສະ​ຕາ​ລີ, ອາ​ເມ​ລິ​ກາ ແລະ ອັງ​ກິດ ລົງ​ນາມ​ຂໍ້​ຕົກລົງ​ສຳ​ຄັນ​ໃນ ​ສຳ​ພັນ​ທະ​ມິດ AUKUS

(VOVWORLD) -ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ອົດສະຕາລີ Peter Dutton ພ້ອມກັບທ່ານ Michael Goldman ອຸປະທູດຊົ່ວຄາວຂອງ ອາເມລິກາ ປະຈຳ ອົດສະຕາລີ ແລະ ທ່ານນາງ Victoria Treadell ເອກອັກຄະລັດຖະທູດ ອັງກິດ ປະຈຳ ອົດສະຕາລີ ໄດ້ລົງນາມຂໍ້ຕົກລົງດັ່ງກ່າວ.

ອົດ​ສະ​ຕາ​ລີ, ອາ​ເມ​ລິ​ກາ ແລະ ອັງ​ກິດ ລົງ​ນາມ​ຂໍ້​ຕົກລົງ​ສຳ​ຄັນ​ໃນ ​ສຳ​ພັນ​ທະ​ມິດ AUKUS - ảnh 1ຂໍ້ຕົກລົງ AUKUS ອະນຸຍາດໃຫ້ ອາເມລິກາ ຖ່າຍທອດເຕັກໂນໂລຢີກ່ຳປັ່ນດຳນ້ຳນິວເຄຼຍໃຫ້ແກ່ ອົດສະຕາລີ (ພາບ: AFP)

ວັນທີ 21 ພະຈິກ, ອົດສະຕາລີ, ອາເມລິກາ ແລະ ອັງກິດໄດ້ລົງນາມຂໍ້ຕົກລົງອະນຸຍາດແລກປ່ຽນຂໍ້ມູນທີ່ລະອຽດອ່ອນ ກ່ຽວກັບເຄື່ອງຈັກນິວເຄຼຍ ກອງທັບເຮືອ ລະຫວ່າງ 3 ປະເທດນີ້ຢ່າງເປັນທາງການ. ຂໍ້ຕົກລົງສຳຄັນນີ້ ແມ່ນສ່ວນໜຶ່ງຂອງ ສົນທິສັນຍາຄູ່ຮ່ວມມືຄວາມໝັ້ນຄົງ ເພີ່ມເຕີມລະຫວ່າງ 3 ຝ່າຍ ອົດສະຕາລີ - ອັງກິດ - ອາເມລິກາ (AUKUS). ທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ອົດສະຕາລີ Peter Dutton ພ້ອມກັບທ່ານ Michael Goldman ອຸປະທູດຊົ່ວຄາວຂອງ ອາເມລິກາ ປະຈຳ ອົດສະຕາລີ ແລະ ທ່ານນາງ Victoria Treadell ເອກອັກຄະລັດຖະທູດ ອັງກິດ ປະຈຳ ອົດສະຕາລີ ໄດ້ລົງນາມຂໍ້ຕົກລົງດັ່ງກ່າວ.

ກ່ອນນັ້ນ, ໃນວັນທີ 15 ກັນຍາ, ອັງກິດ, ອົດສະຕາລີ ແລະ ອາເມລິກາ ໄດ້ຕົກລົງສ້າງຕັ້ງ AUKUS, ຕາມນັ້ນແລ້ວ ວໍຊິງຕັນ ແລະ ລອນດອນ ຈະໜູນຊ່ວຍ Canberra ໃນການຕໍ່ກ່ຳປັ່ນດຳນ້ຳທີ່ເຄື່ອນໄຫວດ້ວຍພະລັງງານນິວເຄຼຍ. ຕາມນັ້ນແລ້ວ, ອົດສະຕາລີ ຈະກາຍເປັນປະເທດປອດນິວເຄຼຍທຳອິດ ທີ່ມີກ່ຳປັ່ນດຳນ້ຳເຄື່ອນໄຫວດ້ວຍພະລັງງານນິວເຄຼຍ.

ຕອບກັບ

ຂ່າວ/ບົດ​ອື່ນ