ອົດສະຕາລີ ເຫັນດີເຫັນພ້ອມກ່ຽວກັບຫລັກການນຳເຂົ້າໝາກມັງກອນສົດຈາກ ຫວຽດນາມ

ອົດສະຕາລີ ເຫັນດີເຫັນພ້ອມກ່ຽວກັບຫລັກການນຳເຂົ້າໝາກມັງກອນສົດຈາກ ຫວຽດນາມ - ảnh 1
(ພາບປະກອບ)

(vovworld) - ​​ ຕອນ​ບ່າຍ​ວັນ​ທີ 13/01, ສະຖານທູ​ດ ອົດ​ສະ​ຕາ​ລີ ປະຈຳ ຫວຽດນາມ ​ໃຫ້​ຮູ້​ວ່າ ກະຊວງ​ກະສິກຳ ​ແລະ ​ແຫຼ່ງນ້ຳ ອົດ​ສະ​ຕາ​ລີ ຫາ​ກໍ່​ປະກາດ​ບົດ​ລາຍ​ງານ​ສຸດ​ທ້າຍ ​ເພື່ອຮັບ​ໃຊ້​ໃຫ້​ການ​ຕີ​ລາຄາ​ບັນດາ​ຄວາມ​ຮຽກຮ້ອງ​ຕ້ອງການຮັບປະກັນ​ຄວາມ​ປອດ​ໄພຊີວະ​ສາດ​ສຳລັບ​ເລື່ອງ​ນຳ​ເຂົ້າໝາກ​ມັງກອນ​ສົດ​ຈາກ ຫວຽດນາມ. ບົດ​ລາຍ​ງານສະ​ເໜີ​ແນະ ອົດ​ສະ​ຕາ​ລີ ​ໃຫ້​ອະນຸຍາດ​​ໃຫ້ນຳ​ເຂົ້າ​ໝາກ​ມັງກອນ​ສົດຈາກ​ບັນດາ​ເຂດ​ຜະລິດ​ໝາກ​ມັງກອນ​ການ​ຄ້າ​ຂອງ ຫວຽດນາມ ດ້ວຍ​ເງື່ອນ​ໄຂຕ້ອງສະໜອງ​ໄດ້​ບັນດາ​ເງື່ອນ​ໄຂ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານ​ຊີວະສາດ. ກ່າວ​ຄຳ​ເຫັນ​ທີ່​ເຫດການ​ດັ່ງກ່າວ ທ່ານ Craig Chittick ​ເອກ​ອັກຄະ​ລັດຖະທູດ ອົດ​ສະ​ຕາ​ລີ ປະຈຳ ຫວຽດນາມ ​ແບ່ງປັນ​ວ່າ: ກ່ອນ​ທີ່ 2 ຝ່າຍ​ດຳ​ເນີນ​ການ​ນຳ​ເຂົ້າ - ສົ່ງ​ອອກ​ໝາກ​ມັງກອນ, ລັດຖະບານ 2 ປະ​ເທດ ອົດ​ສະ​ຕາ​ລີ ​ແລະ ຫວຽດນາມ ຄວນ​ສຳ​ເລັດ​ບາງ​ບາດກ້າວ​ສຸດ​ທ້າຍ ​ໃນ​ນັ້ນ ມີ​ເລື່ອງ​ສ້າງບັນດາ​ຂັນຕ​ອນ​ເຄື່ອນ​ໄຫ​ວບັນລຸມາດຕະຖານ ​ໃຫ້​ບັນດາ​ຮາກ​ຖານ​ຮັກສາໝາກ​ມັງກອນ​ດ້ວຍ​ອາຍ​ນ້ຳ ​ແລະ ສຳ​ເລັດ​ບັນດາ​ເງື່ອນ​ໄຂ​ນຳ​ເຂົ້າ​ສຳລັບ​ໝາກ​ມັງກອນ​ຂອງ ຫວຽດນາມ.

 

ຂ່າວ/ບົດ​ອື່ນ