ອົດສະຕາລີ ເອົາໃຈໃສ່ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ

(VOVWORLD) -ທ່ານນາຍົກລັດຖະມົນຕີ Anthony Albanese ຕີລາຄາວ່າ ການຢ້ຽມຢາມຂອງທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ມີຄວາມໝາຍສຳຄັນພິເສດ
ອົດສະຕາລີ ເອົາໃຈໃສ່ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ - ảnh 1(ທ່ານລັດຖະມົນຕີການຕ່າງປະເທດດ ຫວຽດນາມ ບຸຍແທັງເຊີນ ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese)

        ເນື່ອງໃນໂອກາດໄປຢ້ຽມຢາມ ອົດສະຕາລີ ຢ່າງເປັນທາງການ ແລະ ເປັນປະທານຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ຫວຽດນາມ - ອົດສະຕາລີ ຄັ້ງທີ 4, ວັນທີ 12 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດດ ຫວຽດນາມ ບຸຍແທັງເຊີນ ແລະ ເຂົ້າຢ້ຽມຂໍ່ຳນັບທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ຕາມພິທີການທູດ.

        ທ່ານນາຍົກລັດຖະມົນຕີ Anthony Albanese ຕີລາຄາວ່າ ການຢ້ຽມຢາມຂອງທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ມີຄວາມໝາຍສຳຄັນພິເສດ; ຢືນຢັນລັດຖະບານພັກແຮງງານຂອງ ອົດສະຕາລີ ແລະ ທ່ານເອງ ຍາມໃດກໍ່ຖື ຫວຽດນາມ ເປັນເພື່ອນ, ເປັນຄູ່່ຮ່ວມມືສຳຄັນໃນ ອາຊຽນ ແລະ ພາກພື້ນ; ພ້ອມທັງຍາມໃດກໍ່ເອົາໃຈໃສ່ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດກັບ ຫວຽດນາມ.

        ສ່ວນທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ໄດ້ເນັ້ນໜັກເຖິງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອົດສະຕາລີ ໃຫ້ພັດທະນາຢ່າງເຂັ້ມແຂງ, ຮອບດ້ານໃນທຸກຂົງເຂດ, ພິເສດແມ່ນວົງເງິນການຄ້າ 2 ສົ້ນໄດ້ລືື່ນກາຍຕົວເລກ 10 ຕື້ USD ໃນປີ 2021. ທ່ານລັດຖະມົນຕີ ບຸຍແທັງເຊີນ ສະເໜີໃຫ້ ອົດສະຕາລີ ສືບຕໍ່ເອົາໃຈໃສ່ຊຸກຍູ້ການພົວພັນຮ່ວມມືກັບ ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດໃໝ່ເຊິ່ງ ຫວຽດນາມ ມີຄວາມຕ້ອງການ ແລະ ອົດສະຕາລີ ມີທ່າແຮງ ແລະ ມີບົດຮຽນຄືພະລັງງານໃໝ່ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ