ອົດ​ສະ​ຕາ​ລີ ແລະ ຍີ່​ປ່​ຸ່ນ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ

(VOVWORLD) -        ວັນທີ 9 ມິຖຸນາ, ໃນການໂອ້ລົມສົນທະນາຄັ້ງທີ 9 ລະຫວ່າງທ່ານລັດຖະມົນຕີກະຊວງການຕ່າງປະເທດ ແລະ ປ້ອງກັນປະເທດຂອງ ອົດສະຕາລີ ແລະ ຍີ່ປຸ່ນ, ນອກຈາກບັນດາເນື້ອໃນທີ່ກ່ຽວຂ້ອງເຖິງການຮ່ວມມືສອງຝ່າຍແລ້ວ, ການນຳສອງຝ່າຍກໍ່ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ສະພາບການຜັນແປຢູ່ທະເລຕາເວັນອອກ.
ອົດ​ສະ​ຕາ​ລີ ແລະ ຍີ່​ປ່​ຸ່ນ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ - ảnh 1ລັດຖະມົນຕີການຕ່າງປະເທດ ແລະ ກະຊວງປ້ອງກັນປະເທດ ອົດສະຕາລີ (ພາບ: ABC News)

ໃນຖະແຫຼງການທີ່ໄດ້ຍົກອອກມາໃນຕອນຄ່ຳວັນທີ 9 ມິຖຸນາ, ພາຍຫຼັງການໂອ້ລົມສົນທະນາ 2+2 ທີ່ຖືກຈັດຂຶ້ນຜ່ານທາງອອນລາຍ, ທ່ານລັດຖະມົນຕີການຕ່າງປະເທດ ແລະ ປ້ອງກັນປະເທດ ຂອງ ອົດສະຕາລີ ແລະ ຍີ່ປຸ່ນ ຢັ້ງຢືນຄືນການຄັດຄ້ານຢ່າງແຮງຂອງ ຍີ່ປຸ່ນ ແລະ ອົດສະຕາລີ ສຳລັບບັນດາຄວາມມານະພະຍາຍາມຕາມລຳພັງຝ່າຍດຽວ ເພື່ອແນໃສ່ປ່ຽນແປງສະພາບການຕົວຈິງ”. ອົດສະຕາລີ ແລະ ຍີ່ປຸ່ນ ກໍ “ຄັດຄ້ານຕໍ່ບັນດາຄຳຮຽກທວງສິດ ແລະ ການເຄື່ອນໄຫວຢູ່ທະເລຂອງ ຈີນ ແມ່ນບໍ່ສອດຄ່ອງກັບສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982)”.

        ຖະແຫຼງການດັ່ງກ່າວກໍຮຽກຮ້ອງໃຫ້ທຸກກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ ທະເລຕາເວັນອອກ ຕ້ອງມີຄວາມສະເໝີຕົ້ນສະເໝີປາຍກັບ UNLCOS, ບໍ່ສົ່ງຜົນເສຍຫາຍຕໍ່ອະທິປະໄຕ ແລະ ຜົນປະໂຫຍດອັນຊອບທຳຂອງບັນດາຝ່າຍທີ່ເຂົ້າຮ່ວມກົດແຫ່ງການປະພຶດເຫຼົ່ານັ້ນ ຫຼື ສິດຂອງບັນດາປະເທດຕາມກົດໝາຍສາກົນ. ກົດແຫ່ງການປະພຶດດັ່ງກ່າວ ກໍໄດ້ຮັບຄວາມຫວັງວ່າ ຈະປັບປຸງສະພາບການຢູ່ພາກພື້ນ, ປັບປຸງຄຳໝັ້ນສັນຍາຂອງບັນດາຝ່າຍກ່ຽວກັບການຢຸດຕິການກະທຳ ທີ່ອາດຈະເຮັດໃຫ້ສະພາບການສັບສົນ ຫຼື ເຄັ່ງຕຶງຂຶ້ນຕື່ມ.

ຫວຽດງາ, ນັກຂ່າວ VOV ປະຈຳ ອົດສະຕາລີ. 

ຕອບກັບ

ຂ່າວ/ບົດ​ອື່ນ