ອົດ​ສະ​ຕາ​ລີ ແລະ ອັງ​ກິດ ລົງ​ນາມ​ໃນ​ກອບ​ຂໍ້​ຕົກ​ລົງ​ FTA

(VOVWORLD) -ສົນທິສັນຍາ FTA ນີ້ ຈະສ້າງລາຍໄດ້ໃຫ້ແກ່ພື້ນຖານເສດຖະກິດ 914 ລ້ານ USD/ປີ ໃນຂະນະທີ່ພື້ນຖານເສດຖະກິດຂອງ ອົດສະຕາລີ ມີລາຍໄດ້ 1,3 ຕື້ USD ຕໍ່ປີ.
ອົດ​ສະ​ຕາ​ລີ ແລະ ອັງ​ກິດ ລົງ​ນາມ​ໃນ​ກອບ​ຂໍ້​ຕົກ​ລົງ​ FTA - ảnh 1ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ແລະ ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson (ພາບ: Getty)

ວັນທີ 15 ມິຖຸນາ, ຢູ່ ອັງກິດ, ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ແລະ ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ແຈ້ງໃຫ້ຊາບວ່າ ສອງປະເທດ ໄດ້ລົງນາມໃນກອບຂໍ້ຕົກລົງ ກ່ຽວກັບສົນທິສັນຍາການຄ້າເສລີສອງຝ່າຍ ພາຍຫຼັງທີ່ໄດ້ດຳເນີນການເຈລະຈາມາເປັນເວລາ 4 ປີ. ທ່ານນາຍົກລັດຖະມົນຕີ ອັງກິດ ຢັ້ງຢືນວ່າ ຂໍ້ຕົກລົງສະບັບນີ້ ຈະເປີດກວ້າງສາຍພົວພັນຢ່າງແໜ້ນແຟ້ນທີ່ມີມາແລ້ວ ລະຫວ່າງ ອັງກິດ ກັບ ອົດສະຕາລີ ພາຍຫຼັງທີ່ ອັງກິດ ຖອນຕົວອອກຈາກ ສະຫະພາບເອີຣົບ. ສ່ວນທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ໃຫ້ຮູ້ວ່າ ນີ້ແມ່ນຂໍ້ຕົກລົງການຄ້າ ທີ່ກ້າວໜ້າທີ່ສຸດໃນໂລກໃນປັດຈຸບັນ ແລະ ຈະນຳມາເຊິ່ງຜົນປະໂຫຍດທີ່ໃຫຍ່ຫຼວງໃຫ້ແກ່ສອງປະເທດ.

        ຕາມສື່ມວນຊົນ ອົດສະຕາລີ ແລ້ວ, ສົນທິສັນຍາ FTA ນີ້ ຈະສ້າງລາຍໄດ້ໃຫ້ແກ່ພື້ນຖານເສດຖະກິດ 914 ລ້ານ USD/ປີ ໃນຂະນະທີ່ພື້ນຖານເສດຖະກິດຂອງ ອົດສະຕາລີ ມີລາຍໄດ້ 1,3 ຕື້ USD ຕໍ່ປີ.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ອົດສະຕາລີ ກໍໃຫ້ຮູ້ວ່າ ອົດສະຕາລີ ຈະສະໜັບສະໜູນ ອັງກິດ ເຂົ້າຮ່ວມ ສົນທິສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP)

ຫວຽດງາ - ນັກຂ່າວ VOV ປະຈຳ ອົດສະຕາລີ.


 

ຕອບກັບ

ຂ່າວ/ບົດ​ອື່ນ