ອົດສະຕາລີ ແລະ ອາຊຽນ ເພີ່ມທະວີການຮ່ວມມືດ້ານຄວາມໝັ້ນຄົງໃນການເດີນເຮືອ

(VOVWORLD) - ຕາມທ່ານລັດຖະມົນຕີການຕ່າງປະເທດ ອົດສະຕາລີ Penny Wong ແລ້ວ, ໃນສະພາບຄວາມເຄັ່ງຕຶງດ້ານພູມສາດການເມືອງ ແລະ ການປະທະກັນເກີດຂຶ້ນຢູ່ຫຼາຍພາກພື້ນໃນໂລກໃນປະຈຸບັນ, ການພົວພັນລະຫວ່າງ ອົດສະຕາລີ ແລະ ອາຊຽນ ມີຄວາມໝາຍເປັນຕາຍ ໃນການຮັກສາສະພາບແວດລ້ອມສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ອາຊີ - ປາຊີຟິກ:

ວັນທີ 4 ມີນາ, ລັດຖະບານ ອົດສະຕາລີ ປະກາດວ່າ ຈະສະໜອງການໜູນຊ່ວຍດ້ານການເງິນເຊິ່ງມີມູນຄ່າເກືອບ 42 ລ້ານໂດລາສະຫະລັດ ເພື່ອຊ່ວຍບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ເພີ່ມທີວີຄວາມໝັ້ນຄົງໃນການເດີນເຮືອ, ໃນສະພາບການສອງຝ່າຍພວມຈັດກອງປະຊຸມຂັ້ນສູງເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ (1974 – 2024).     

        ແຈ້ງການກ່ຽວກັບບ້ວງເງິນໜູນຊ່ວຍ 64 ລ້ານ AUD (ເກືອບ 42 ລ້ານໂດລາສະຫະລັດ) ໂດຍທ່ານລັດຖະມົນຕີການຕ່າງປະເທດ ອົດສະຕາລີ Penny Wong ຍົກອອກມາໃນກອງປະຊຸມສຳມະນາທີ່ຈັດຂຶ້ນຢູ່ສະຖາບັນການເດີນເຮືອ ຢູ່ນະຄອນ Melbourne (ປະເທດ ອົດສະຕາລີ). ລະອຽດຄື, ຈຳນວນເງິນເກືອບ 42 ລ້ານໂດລາສະຫະລັດດັ່ງກ່າວຈະໄດ້ຈັດແບ່ງໃນ 4 ປີຈະມາເຖິງ, ໃນນັ້ນມີຈຳນວນເງິນ 40 ລ້ານ ໂດລາອົດສະຕາລີ (ກ່ວາ 26 ລ້ານ ໂດລາສະຫະລັດ)  ໄດ້ສະຫງວນສະເພາະໃຫ້ການເພີ່ມທະວີການພົວພັນຄູ່ຮ່ວມມືການເດີນເຮືອລະຫວ່າງ ອົດສະຕາລີ ແລະ ອາຊຽນ, ຈຳນວນເງິນທີ່ຍັງເຫຼືອແມ່ນເພື່ອໜູນຊ່ວຍບັນດາບຸລິມະສິດການເດີນເຮືອຂອງບັນດາປະເທດ ອາຊຽນ. ຕາມທ່ານລັດຖະມົນຕີການຕ່າງປະເທດ ອົດສະຕາລີ Penny Wong ແລ້ວ, ໃນສະພາບຄວາມເຄັ່ງຕຶງດ້ານພູມສາດການເມືອງ ແລະ ການປະທະກັນເກີດຂຶ້ນຢູ່ຫຼາຍພາກພື້ນໃນໂລກໃນປະຈຸບັນ, ການພົວພັນລະຫວ່າງ ອົດສະຕາລີ ແລະ ອາຊຽນ ມີຄວາມໝາຍເປັນຕາຍ ໃນການຮັກສາສະພາບແວດລ້ອມສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ອາຊີ - ປາຊີຟິກ:

        “ພວກເຮົາລ້ວນແຕ່ຮູ້ວ່າ: ການປະທະກັນໃຫຍ່ໃນພາກພື້ນຈະມີຜົນກະທົບຮ້າຍແຮງເຖິງບັນດາພື້ນຖານເສດຖະກິດ ແລະ ປະຊາຄົມພວກເຮົາ, ຄືດັ່ງບັນດາການປະທະກັນຢູ່ເຂດຊາກາ ແລະ ຢູແກຼນ ໄດ້ສະແດງໃຫ້ເຫັນ. ຍ້ອນເຫດນັ້ນ, ພວກເຮົາລ້ວນແຕ່ມີຄວາມຮັບຜິດຊອບສ້າງພາກພື້ນຄືດັ່ງພວກເຮົາປາດຖະໜາເປັນຮູບປະທຳ, ພາກພື້ນເຊິ່ງພວກເຮົາແບ່ງປັນສັນຕິພາບ, ສະຖຽນລະພາບ, ຄວາມວັດທະນາຖາວອນ, ຄວາມສົມດຸນ, ບ່ອນທີ່ແຕ່ລະປະເທດລ້ວນແຕ່ສາມາດເດີນຕາມຄວາມຄາດຫວັງສະເພາະຂອງຕົນ”.

ຕອບກັບ

ຂ່າວ/ບົດ​ອື່ນ