ອົດສະຕາລີ ໄດ້ລົງທຶນກ່ວາ 2 ຕື້ໂດລາສະຫະລັດ ເຂົ້າ ຫວຽດນາມ

(VOVWORLD) - ມີ 45 ແຂວງ, ນະຄອນຂອງ ຫວຽດນາມ ດຶງດູດໄດ້ໂຄງການລົງທຶນຈາກ ອົດສະຕາລີ, ໃນນັ້ນ, ນຳໜ້າແມ່ນ ບ່າເຣ້ຍ - ຫວູງເຕົ່າ ດ້ວຍ 16 ໂຄງການ, ມີຍອດທຶນຈົດທະບຽນກ່ວາ 392 ລ້ານໂດລາສະຫະລັດ
ອົດສະຕາລີ ໄດ້ລົງທຶນກ່ວາ 2 ຕື້ໂດລາສະຫະລັດ ເຂົ້າ ຫວຽດນາມ - ảnh 1ພາບປະກອບ

ຕາມຂໍ້ມູນຂອງກົມການລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລ້ວ, ປະຈຸບັນ, ວິສາຫະກິດ ອົດສະຕາລີ ໄດ້ລົງທຶນເຂົ້າ ຫວຽດນາມ 631 ໂຄງການ, ດ້ວຍຍອດທຶນຈົດທະບຽນກ່ວາ 2 ຕື້ໂດລາສະຫະລັດ. ບັນດາວິສາຫະກິດ ອົດສະຕາລີ ໄດ້ສຸມໃສ່ລົງທຶນເຂົ້າ 18 ຂະແໜງ, ຂົງເຂດຢູ່ ຫວຽດນາມ, ເຊິ່ງລວມມີ: ອຸດສາຫະກຳປຸງແຕ່ງ, ປະດິດສ້າງ; ການບໍລິການພັກເຊົາ ແລະ ກິນດື່ມ; ການກະເສດ - ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ; ການແພດ ແລະ ການເຄື່ອນໄຫວໜູນຊ່ວຍສັງຄົມ; ຂຸດຄົ້ນແຮ່ທາດ; ສິລະປະ, ບັນເທິງ; ການສຶກສາ ແລະ ບຳລຸງສ້າງ; ການເຄື່ອນໄຫວວິຊາສະເພາະ ແລະ ວິທະຍາສາດເຕັກໂນໂລຊີ; ດຳເນີນທຸລະກິດອະສັງຫະລິມະຊັບ; ຂາຍສົ່ງ ແລະ ຂາຍຍ່ອຍ, ສ້ອມແປງລົດໂອໂຕ, ໂມໂຕ…

        ມີ 45 ແຂວງ, ນະຄອນຂອງ ຫວຽດນາມ ດຶງດູດໄດ້ໂຄງການລົງທຶນຈາກ ອົດສະຕາລີ, ໃນນັ້ນ, ນຳໜ້າແມ່ນ ບ່າເຣ້ຍ - ຫວູງເຕົ່າ ດ້ວຍ 16 ໂຄງການ, ມີຍອດທຶນຈົດທະບຽນກ່ວາ 392 ລ້ານໂດລາສະຫະລັດ; ນະຄອນ ໂຮ່ຈີມິນ ຢືນອັນດັບ 2 ດ້ວຍ 309 ໂຄງການ, ມີຍອດທຶນຈົດທະບຽນ 231 ລ້ານໂດລາສະຫະລັດ ແລະ ຮ່າໂນ້ຍ ຢືນອັນດັບທີ 3 ດ້ວຍ 123 ໂຄງການ ແລະ ຍອດທຶນຈົດທະບຽນ 209,63 ລ້ານໂດລາສະຫະລັດ.

ຕອບກັບ

ຂ່າວ/ບົດ​ອື່ນ