ອົດສະຕາລີ ໜູນຊ່ວຍ ຫວຽດນາມ ຕີລາຄາການກະທົບຈາກການໜູນໃຊ້ເຕັກໂນໂລຊີສຳລັບສະມັດຕະພາບ ແລະ ການເຕີບໂຕ

(VOVWORLD) - ວັນທີ 12 ມີນາ, ສະຖານທູດ ອົດສະຕາລີ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ລັດຖະບານ ອົດສະຕາລີ ໄດ້ປະກາດເລື່ອງໜູນຊ່ວຍ ຫວຽດນາມ ປະຕິບັດລາຍການຄົ້ນຄວ້າ “ປ່ຽນແປງເຕັກໂນໂລຊີຢູ່ ຫວຽດນາມ - ເຕັກໂນໂລຊີໄດ້ປະກອບສ່ວນເຂົ້າໃນສະມັດຕະພາບ ແລະ ການເຕີບໂຕເສດຖະກິດຄືແນວໃດ”, ໃນຂອບເຂດລາຍການ Aus4Innonvation ເພື່ອແນໃສ່ປັບປຸງລະບົບປ່ຽນແປງໃໝ່ປະດິດຄິດສ້າງ, ກໍ່ຄືການກະກຽມໃຫ້ແກ່ອະນາຄົດດີຈີຕອນຂອງ ຫວຽດນາມ.
ອົດສະຕາລີ ໜູນຊ່ວຍ ຫວຽດນາມ ຕີລາຄາການກະທົບຈາກການໜູນໃຊ້ເຕັກໂນໂລຊີສຳລັບສະມັດຕະພາບ ແລະ ການເຕີບໂຕ - ảnh 1 (ພາບປະກອບ)

        ຕາມນັ້ນແລ້ວ, ການເຄື່ອນໄຫວຄົ້ນຄວ້າດັ່ງກ່າວນີ້ ຈະໄດ້ປະຕິບັດໃນປີ 2020 ຜ່ານການພົວພັນຮ່ວມມືລະຫວ່າງອົງການຄົ້ນຄວ້າດີຈີຕອນແຖວໜ້າ ອົດສະຕາລີ - Data 61 ສັງກັດອົງການຄົ້ນຄວ້າວິທະຍາສາດ ແລະ ອຸດສາຫະກຳ ອົດສະຕາລີ ກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ພາຍຫລັງສຳເລັດໂຄງການຄົ້ນຄວ້າທີ່ມີມູນຄ່າ 500.000 AUD ນີ້ຈະໄດ້ຍົກອອກຮູບແບບ ເພື່ອຕີລາຄາການກະທົບຂອງການຄົ້ນຄ້ວາ ແລະ ໝູນໃຊ້ເຕັກໂນໂລຊີສຳລັບສະມັດຕະພາບ ແລະ ການເຕີບໂຕ GDP ຢູ່ ຫວຽດນາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ