ອົດສະຕາລີ ໜູນຊ່ວຍໂຄງການຄູ່ຮ່ວມມືປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດຢູ່ເຂດທົ່ງພຽງແມ່ນຳຂອງທາງພາກໃຕ້ ຫວຽດນາມ

(VOVWORLD) - ໂຄງການໄດ້ຮັບການຜັນຂະຫຍາຍຢູ່ເຂດທົ່ງພຽງແມ່ນຳຂອງທາງພາກໃຕ້ ຫວຽດນາມ ໄລຍະ 2023 – 2025, ດ້ວຍແຫຼ່ງງົບປະມານກວ່າ 1,6 ລ້ານ USD
ອົດສະຕາລີ ໜູນຊ່ວຍໂຄງການຄູ່ຮ່ວມມືປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດຢູ່ເຂດທົ່ງພຽງແມ່ນຳຂອງທາງພາກໃຕ້ ຫວຽດນາມ - ảnh 1(ທ່ານນາງ Sarah Hooper, ຫົວໜ້າສະຖານກົງສູນ ອົດສະຕາລີ ປະຈຳ ນະຄອນ ໂຮ່ຈີມິນ)

        ຕອນບ່າຍວັນທີ 21 ພະຈິກ, ຢູ່ ນະຄອນ ເກິນເທີ, ສະຖານກົງສູງ ອົດສະຕາລີ ປະຈຳນະຄອນ ໂຮ່ຈີມິນ ໄດ້ສົມທົບກັບນະຄອນ ເກິນເທີ ຈັດພິທີປະກາດບ້ວງເງິນໜູນຊ່ວຍສະຫງວນໃຫ້ບັນດາວິສາຫະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ດ້ວຍຊື່ວ່າ “ພື້ນຖານຄູ່ຮ່ວມມືວິສາຫະກິດ: ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ”.

        ໂຄງການໄດ້ຮັບການຜັນຂະຫຍາຍຢູ່ເຂດທົ່ງພຽງແມ່ນຳຂອງທາງພາກໃຕ້ ຫວຽດນາມ ໄລຍະ 2023 – 2025, ດ້ວຍແຫຼ່ງງົບປະມານກວ່າ 1,6 ລ້ານ USD, ໂດຍລັດຖະບານ ອົດສະຕາລີ ໜູນຊ່ວຍ. ຕາມທ່ານນາງ Sarah Hooper, ຫົວໜ້າສະຖານກົງສູນ ອົດສະຕາລີ ປະຈຳ ນະຄອນ ໂຮ່ຈີມິນ ແລ້ວ, ນອກຈາກບ້ວງເງິນດັ່ງກ່າວ, ອົດສະຕາລີ ຈະຮ່ວມມືກັບ ເກີນເທີ ພັດທະນາກະສິກຳເຕັກໂນໂລຊີສູງ ຜ່ານສູນຄົ້ນຄວ້າກະສິກຳສາກົນ ອົດສະຕາລີ. ທ່ານ ເຈິ່ນຫວຽດເຈື່ອງ, ປະທານຄະນະກຳມະການປະຊາຊົນນະຄອນ ເກີນເທີ, ໃຫ້ຮູ້ວ່າ, ປະຈຸບັນ ເກີນເທີ ໄດ້ສະຫງວນບຸລິມະສິດສູງສຸດໃຫ້ແກ່ການນຳໃຊ້ວິທະຍາສາດເຕັກໂນໂລຊີ ເພື່ອຍົກສູງປະສິດທິຜົນການປູກຝັງ ແລະ ຜະລິດບັນດາຜະລິດຕະພັນກະສິກຳ. ສະນັ້ນ, ເກີນເທີ ພ້ອມແລ້ວຈະຕ້ອນຮັບ ແລະ ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດ ອົດສະຕາລີ ຊອກຫາກາລະໂອກາດລົງທຶນໃນຂົງເຂດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ