ອົດສະຕາລີຊອກຫາກາລະໂອກາດຮ່ວມມືກັບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມໃນຂົງເຂດກະສິກຳເຕັກໂນໂລຊີສູງ

(VOVWORLD) -ວັນທີ 12 ມິຖຸນາ, ຄະນະປະຕິບັດງານສະຖານກົງສູນໃຫຍ່ອົດສະຕາລີ ປະຈຳນະຄອນໂຮ່ຈິມິນ ໄດ້ມີການເຮັດວຽກກັບພະແນກກະສິກຳ ແລະ ພັດທະນາຊົນນະບົດເກີນເທີ, ມະຫາວິທະຍາໄລເກີນເທີ ກ່ຽວກັບກາລະໂອກາດຮ່ວມມືໃນຂົງເຂດກະສິກຳເຕັກໂນໂລຊີສູງ, ສົ່ງເສີມບັນດາໂຄງການໃນໄລຍະຈະມາເຖິງ.
ອົດສະຕາລີຊອກຫາກາລະໂອກາດຮ່ວມມືກັບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມໃນຂົງເຂດກະສິກຳເຕັກໂນໂລຊີສູງ - ảnh 1 (ພາບປະກອບ)

ທ່ານນາງ ກາວທິ້ແທງ, ຜູ້ອຳນວຍການພັດທະນາການຄ້າຂັ້ນສູງ, ສະຖານກົງສູງໃຫຍ່ອົດສະຕາລີ ປະຈຳນະຄອນໂຮ່ຈິມິນ ປາດຖະໜາວ່າ, ຜ່ານບັນດາການເຄື່ອນໄຫວສົ່ງເສີມການຄ້າ ຈະຊ່ວຍໃຫ້ 2 ຝ່າຍໃກ້ຊິດກັນກວ່າເກົ່າ. ອົດສະຕາລີ ຊອກຫາກາລະໂອກາດຮ່ວມມືພັດທະນາກະສິກຳກັບເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ກ່ຽວກັບຂັ້ນຕອນເຕັກໂນໂລຊີ ແລະ ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດສຳລັບວຽກງານກະສິກຳ.

        ຝ່າຍຫວຽດນາມ ກໍ່ປາດຖະໜາວ່າ, ອົດສະຕາລີ ຈະມີບັນດາການສຳຫຼວດພຶດຕິກຳຕົວຈິງເພື່ອໃຫ້ແທດເໝາກັບຄວາມຕ້ອງການຕົງຈິງຂອງທ້ອງຖິ່ນ ຜ່ານນັ້ນຍົກສູງຄຸນນະພາບຜະລິດຕະພັນ, ເພີ່ມລາຍຮັບໃຫ້ແກ່ຊາວກະສິກອນ, ກໍ່ຄືຫຼຸດຜ່ອນການອອກແຮງງານທຳການຜະລິດຕາມປະເພນີ. ນີ້ກໍ່ແມ່ນຈຸດສຳຄັນທີ່ສຸດເພື່ອເຮັດໃຫ້ຜະລິດຕະພັນກະເສດຫວຽດນາມ ກ້າວເຂົ້າໃກ້ກວ່າກັບມາດຕະຖານສົ່ງອອກທີ່ເຄັ່ງຄັດຄື Global GAP.

ຕອບກັບ

ຂ່າວ/ບົດ​ອື່ນ