ອົດສະຕາລີຜັນຂະຫຍາຍ ກຳປັ່ນແລະເຮືອບິນ ພິສູດສັນຍານກັບດຳ ຂອງເຮືອບິນ MH-370


ອົດສະຕາລີຜັນຂະຫຍາຍ ກຳປັ່ນແລະເຮືອບິນ ພິສູດສັນຍານກັບດຳ ຂອງເຮືອບິນ MH-370 - ảnh 1

ທ່ານ Angus Houston ຜູ້​ບັນຊາ ສູນ​ປະສານ​ງານ​ຮ່ວມ (JACC)

(ພາບ: http://dantri.com.vn)

 (vovworld)- ວັນ​ທີ 6/4, ສູນ​ປະສານ​ງານ​ຮ່ວມ (JACC) ກ່ຽວ​ກັບ​ການ​ຊອກ​ຫາ​ເຮືອບິນ MH-370 ຖືກ​ຫາຍ​ສາບ​ສູນຂອງ​ບໍລິສັດ​ການ​ບິນ ມາ​ເລ​ເຊຍ​ແອ​ລາຍ ​ໃຫ້​ຮູ້​ວ່າ: ​ໄດ້​ຜັນ​ຂະຫຍາຍ​​ເຮືອບິນ ​ແລະ ກຳ​ປັ່ນ​ຫຼາຍ​ລຳ​ເຖິງ​ເຂດ​ໄດ້​ຮັບ​ສັນຍານທີ່​ສົງ​ໃສ​ວ່າ​ຂອງ​ກັບ​ດຳ​​ໃນ​ເຮືອບິນ MH-370. ກອງທັບ​ອາກາດ​ອົດ​ສະ​ຕາ​ລີ ກໍ​ໄດ້​ຜັນ​ຂະຫຍາຍ​ພາຫະນະ​ໜູນ​ຊ່ວຍ​ອື່ນໆ​ຈຳນວນ 1 ມາ​ຍັງ​ເຂດ​ດັ່ງກ່າວ​ເຊັ່ນ​ດຽວ​ກັນ. ​ເຖິງ​ວ່າ, ມາ​ເລ​ເຊຍ ​ແລະ ຫຼາຍ​ປະ​ເທດ​ໄດ້​ລະດົມ​ບັນດາ​ແຫຼ່ງກຳລັງ​ຊອກ​ຫາ​ຢ່າງ​ສຸດ​ຂີດ ​ໃນ​ບັ້ນຊອກ​ຫາ​ທີ່​ມີ​ຂອບ​ຂະໜາດ​ໃຫ່ຍທີ່​ສຸດ​ໃນ​ປະຫວັດ​ການບິນ​ໂລກ​ກໍ່ຕາມ, ​ແຕ່​ມາ​ຮອດ​ປະຈຸ​ບັນ, ຍັງ​ບໍ່​ທັນ​ກຳນົດ​ໄດ້​ທີ່​ຕັ້ງຂອງ​ກັບ​ດຳ​​​ເຮືອບິນ​ລຳ​ດັ່ງກ່າວ​ເທື່ອ./.

ຂ່າວ/ບົດ​ອື່ນ