ອົດສະຕາລີ:ໂຮມຊຸມນຸມມິດຕິງຄັດຄ້ານລັດທິລົບລ້າງອິດສະລາມຢູ່ Melbourne

(VOVWORLD) -ຕອນຄ່ຳວັນທີ 16 ມີນາ, ມີປະຊາຊົນນັບພັນຄົນໄດ້ເຂົ້າຮ່ວມການໂຮມຊຸມນຸມມິດຕິງຢູ່ນະຄອນ Melbourne, ເມືອງເອກລັດ Victoria, ປະເທດອົດສະຕາລີ ເພື່ອແນໃສ່ຄັດຄ້ານລັດທິລົບລ້າງອິດສະລາມ ພາຍຫຼັງເຫດຄາດຕະກຳຢູ່ນິວຊີແລນ.

ອົດສະຕາລີ:ໂຮມຊຸມນຸມມິດຕິງຄັດຄ້ານລັດທິລົບລ້າງອິດສະລາມຢູ່ Melbourne - ảnh 1 ມີປະຊາຊົນນັບພັນຄົນໄດ້ເຂົ້າຮ່ວມການໂຮມຊຸມນຸມມິດຕິງຢູ່ນະຄອນ Melbourne

(ພາບ: msn.com)

ໃນການໂຮມຊຸມນຸມມິດຕິງຢູ່ຫໍສະມຸດ Victoria, ບັນດາຜູ້ເຂົ້າຮ່ວມໄດ້ພາວະນາໃຫ້ບັນດາຜູ້ຖືກເຄາະຮ້າຍໃນເຫດຄາດຕະກຳ, ກໍ່ຄືສະແດງຄວາມສາມັກຄີກັບປະຊາຄົມຊາວອິດສະລາມ. ທີ່ເຫດການ, ທ່ານ Mohammad Helmy, ເລຂາສະພາອິດສະລາມ ລັດ Victoria ແລະ ຫຼາຍຄົນ ໄດ້ຮຽກຮ້ອງຢຸດຕິຄວາມອາຄາດບາດຫມາງ ກໍ່ໃຫ້ເກີດການເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ