ອົດ​ສະ​ຕາ​ລີ​ໃຫ້​ກ​າ​ນ​ຊ່ວ​ຍ​ເຫຼື​ອເງິນ 100.000 AUD ໃຫ້​ ຫວຽດ​ນາມ ເພື່ອ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ໂດຍ​ດ່ວນ

(VOVWORLD) - ວັນທີ 23 ຕຸລາ, ທ່ານນາງ Robyn Mudie ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມໄດ້ປະກາດບ້ວງເງິນຊ່ວຍເຫຼືອມະນຸດສະທຳທີ່ມີມູນຄ່າ 100.000 AUD ໂດລາອົດສະຕາລີ ຂອງລັດຖະບານ ໃຫ້ຫວຽດນາມໂດຍດ່ວນເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງ ຈາກພາຍຸນ້ຳຖ້ວມຢູ່ພາກກາງ ຫວຽດນາມ. 
ອົດ​ສະ​ຕາ​ລີ​ໃຫ້​ກ​າ​ນ​ຊ່ວ​ຍ​ເຫຼື​ອເງິນ 100.000 AUD ໃຫ້​ ຫວຽດ​ນາມ ເພື່ອ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ໂດຍ​ດ່ວນ - ảnh 1 ພາບປະກອບ: TTXVN

ໃນແຈ້ງການສະບັບໜຶ່ງ, ອົດສະຕາລີໄດ້ສະແດງຄວາມເຫັນອົກເຫັນໃຈຢ່າງເລິກເຊິ່ງຕໍ່ໄພທຳມະຊາດເຊິ່ງປະຊາຊົນຢູ່ບັນດາແຂວງພາກກາງ ຫວຽດນາມ ພວມແບກຫາບ, ໃນນັ້ນມີການສູນເສຍຢ່າງໃຫຍ່ຫຼວງກ່ຽວກັບຊີວິດອິນຊີ ແລະ ຊັບສິນ. ບ້ວງເງິນຊ່ວຍເຫຼືອດ່ວນໃນເບື້ອງຕົ້ນນີ້ ໄດ້ສະແດງໃຫ້ເຫັນນ້ຳໃຈຄວາມສາມັກຄີທີ່ມີຕໍ່ປະຊາຊົນ ຫວຽດນາມ. ອົດສະຕາລີໃຫ້ຮູ້ວ່າ ຈະສືບຕໍ່ຕິດຕາມລະດັບຜົນສະທ້ອນຂອງພາຍຸນ້ຳຖ້ວມ ກໍ່ຄືຄວາມຕ້ອງການໜູນຊ່ວຍ.

ໃນເຫດການທີ່ກ່ຽວຂ້ອງ, ເມື່ອໄດ້ຮັບຂ່າວວ່າ ຢູ່ພາກກາງຫວຽດນາມ ເກີດພາຍຸນ້ຳຖ້ວມ ແລະ ດິນເຊາະເຈື່ອນ ໄດ້ສ້າງຄວາມເສຍຫາຍຢ່າງໜັກໜ່ວງກ່ຽວກັບຊີວິດອິນຊີ ແລະ ຊັບສິນ ຂອງປະຊາຊົນຢູ່ບາງແຂວງພາກກາງ ຫວຽດນາມ, ວັນທີ 23 ຕຸລາ ປີ 2020, ໂດຍຜ່ານກະຊວງການຕ່າງປະເທດ ອິນໂດເນເຊຍ, ລັດຖະບານ ແລະ ປະຊາຊົນອິນໂດເນເຊຍ ໄດ້ສົ່ງຈົດໝາຍຢື້ຢາມຖາມຂ່າວເຖິງລັດຖະບານ ແລະ ປະຊາຊົນ ຫວຽດນາມແລະສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງເລິກເຊິ່ງ ມາຍັງຄອບຄົວທີ່ພວມຖືກເສຍຫາຍ. ອິນໂດເນເຊຍເຊື່ອໝັ້ນວ່າ ລັດຖະບານ ແລະ ປະຊາຊົນ ຫວຽດນາມ ຈະຜ່ານຜ່າສິ່ງທ້າທາຍນີ້ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ