ອິດສະຣາແອນ ກີດຂວາງກອງປະຊຸມລັດຖະມົນຕີການຕ່າງປະເທດ ຄະນະກຳມະການ ປາແລດສະຕີນ

ອິດສະຣາແອນ ກີດຂວາງກອງປະຊຸມລັດຖະມົນຕີການຕ່າງປະເທດ ຄະນະກຳມະການ ປາແລດສະຕີນ - ảnh 1
ລັດຖະມົນຕີການຕ່າງປະເທດ ປາແລດສະຕີນ Riyad al-Malki ຢືນຢັນວ່າ: ເລື່ອງໄປມາຂອງລັດຖະມົນຕີການຕ່າງປະເທດ NAM ໄດ້ຮັບການສົມທົບກັນກັບ ອິດສະຣາແອນ

(vovworld) – ວັນ​ທີ 5/8, ອິດສະຣາ​ແອນ ​ໄດ​້ປະຕິ​ເສດ​ບໍ່ອະນຸຍາດ​​ໃຫ້ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ບັນດາ​ປະ​ເທດ​ທີ່​ຂຶ້ນ​ກັບ​ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ (ຫຼື NAM), ​ໄປ​ຜ່ານ​ຊາຍ​ແດນ​ປະ​ເທດ​ນີ້ ​​ເຂົ້າ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ ຈໍ​ແດນ ຂອງ ປາ​ແລດ​ສະຕີ​ນ ​ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຄະນະ​ກຳມະການ ປາ​ແລດ​ສະຕີ​ນ ຂອງ NAM, ທີ່​ຖືກຈັດ​ຂຶ້ນ​ຢູ່​ທີ່​ນີ້​ໃນ​ຕອນ​ຄຳ່​ວັນ​ດຽວ​ກັນ.  ອິດສະຣາ​ແອນ ນຳ​ໃຊ້​ຂໍ້​ຕົກລົງ​ດັ່ງກ່າວສຳ​ຫຼັບຕໍ່​ລັດຖະມົນຕີ​ການ​ຕ່າງປະ​ເທດ ມາ​ເລ​ເຊຍ, ອິນ​​ໂດ​ເນ​ເຊຍ, ບັງ​ກະລາ​ເດ​ສ ​ແລະ ກູ​ຍບາ, ​ເຊິ່ງ​ແມ່ນ​ບັນດາ​ປະ​ເທດບໍ່​ມີ​ການ​ພົວພັນ​ທາງ​ການ​ທູດ​ກັບ ອິດສະຣາ​ແອນ. ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ 13 ປະ​ເທດ ທີ່ຂຶ້ນ​ກັບ​ຄະນະ​ກຳມະ​ການ ປາ​ແລດ​ສະຕີ​ນ ຂອງ NAM ​ເພື​່ອ​ແນ​ໃສ່​ສະໜັບ​ສະ​ໜູນ​ແຜນການ​ຂອງ ປາ​​ແລດ​ສະຕີ​ນ ​ເພື່ອຊອກ​ຫາ ກົດ​ລະບຽບ​ສະມາຊິກ​ສົມ​ບູນ ຢູ່ ສະຫະ​ປະຊາ​ຊາດ ​ເມື່ອ​ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ຈະຈັດ​ກອງ​ປະຊຸ​ມ​ໃນ​ເດືອນ 9 ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ