ອິດ​ສະ​ຣາ​ແອັນ ຍູ້​ແຮງ​ການ​ບຸກ​ໂຈມ​ຕີ​​ເຂດ Rafah; ເພີ່ມ​ຄວາມ​ເຄັ່ງ​ຕຶງ​ຢູ່​ຊາຍ​ແດນ ອິດ​ສະ​ຣາ​ແອັນ - ລີ​ບັງ

(VOVWORLD) - ໂດຍບໍ່ຫົວຊາຕໍ່ບັນດາຄວາມມານະພະຍາຍາມທາງການທູດສາກົນ ແນໃສ່ຫຼຸດຜ່ອນຄວາມເຄັ່ງຕຶງຂອງການປະທະກັນ, ມຸ່ງໄປເຖິງການຢຸດຕິການປະທະກັນຢ່າງສົມບູນ, ວັນທີ 13 ມິຖຸນາ, ກອງທັບ ອິດສະຣາແອັນ ຍັງສືບຕໍ່ຍູ້ແຮງບັນດາການບຸກໂຈມຕີໃນທົ່ວເຂດ ກາຊາ, ພິເສດແມ່ນນະຄອນ Rafah ທີ່ມີຊຸມຊົນອາໄສຢູ່ເປັນຈຳນວນຫຼາຍ ຢູ່ໃຕ້ສຸດເຂດ ກາຊາ.
ອິດ​ສະ​ຣາ​ແອັນ ຍູ້​ແຮງ​ການ​ບຸກ​ໂຈມ​ຕີ​​ເຂດ Rafah; ເພີ່ມ​ຄວາມ​ເຄັ່ງ​ຕຶງ​ຢູ່​ຊາຍ​ແດນ ອິດ​ສະ​ຣາ​ແອັນ - ລີ​ບັງ - ảnh 1ສະພາບຂອງເຮືອນຫຼັງໜຶ່ງຢູ່ Rafah ພາຍຫຼັງການປະທະກັນ (ພາບ: Reuters)

 ສື່ມວນຊົນ ປາແລັດສະຕິນ ແລະ ພາກພື້ນ ໃຫ້ຮູ້ວ່າ ພາຍໃນວັນ, ລົດຖັງ ອິດສະຣາແອນ ສືບຕໍ່ປຸກເລິກເຂົ້າເຂດໃຈກາງນະຄອນ Rafah, ພ້ອມທັງຍູ້ແຮງການບຸກໂຈມຕີໄປທາງທິດຕາເວັນຕົກນະຄອນດັ່ງກ່າວ. ໃນນັ້ນ, ບັນດາບັ້ນບຸກໂຈມຕີໄດ້ດຳເນີນຢ່າງດຸເດືອດ ຢູ່ເຂດ Al Mawasi. ແຫຼ່ງຂ່າວຂອງກຳລັງ ຮາມາດສ ຢັ້ງຢືນວ່າ ບັນດາການບຸກໂຈມຕີຫຼ້າສຸດຂອງກອງທັບ ອິດສະຣາແອັນ ເຂົ້ານະຄອນ Rafah ໄດ້ເຮັດໃຫ້ມີຜູ້ເສຍຊີວິດກວ່າ 30 ຄົນ, ສ່ວນຫຼາຍແມ່ນສາມັນຊົນ.

        ສ່ວນກອງທັບ ອິດສະຣາແອັນ ແຈ້ງໃຫ້ຊາບວ່າ ໃນ 24 ຊົ່ງໂມງຜ່ານມາ, ບັນດາກຳລັງຂອງປະເທດນີ້ ໄດ້ບຸກໂຈມຕີທັງໝົດ 45 ເປົ້າໝາຍຢູ່ເຂດ ກາຊາ, ໃນນັ້ນມີນະຄອນ Rafah ແລະ ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 10 ຄົນ.

ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ