ອິດສະຣາແອນ ຍູ້ໄວແຜນການ ກໍ່ສ້າງເຮືອນ 2.200 ກ່ວາ ຫຼັງຢູ່ເຂດຕັ້ງຖິ່ນຖານຄົງທີ່

ອິດສະຣາແອນ ຍູ້ໄວແຜນການ ກໍ່ສ້າງເຮືອນ 2.200 ກ່ວາ ຫຼັງຢູ່ເຂດຕັ້ງຖິ່ນຖານຄົງທີ່ - ảnh 1
ຊາວປາແລດສຕິນ ຄັດຄ້ານອິດສະຣາ​ແອນ​ກໍ່ສ້າງ​ເຮືອນ​ໃໝ່​ຕື່ມ​ອີກ​ຢູ່​  ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ໃນ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ
(ພາບ: TTXVN)

(vovworld)- ວັນ​ທີ 20/3, ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນຊາ​ດທ່ານ​ໜຶ່ງ​ຂອງ ອິດສະຣາ​ແອນ​ໃຫ້​ຮູ້​ວ່າ ປະ​ເທດ​ນີ້​ພວມ​ຍູ້​ໄວ​ແຜນການ​ກໍ່ສ້າງ​ເຮືອນ​ໃໝ່​ຕື່ມ​ອີກ 2.200 ກ່ວາ​ຫຼັງ​ຢູ່​ 6 ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ໃນ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ. ​ທ່ານ Guy Inbar ໂຄສົກ​ພາກສ່ວນ​ຮັບຜິດຊອບ​ດ້ານ​ພົນລະ​ເຮືອນ​ຢູ່ເຂດ​ດິນ​ແດນ​ປາ​ແລດ​ສຕິນ ສັງກັດ​ກະຊວງ​ປ້ອງ​ກັນ​ປະ​ເທດ ອິດສະຣາ​ແອນ ​ໃຫ້​ຮູ້​ວ່າ ທີ່​ການ​ອະພິປາຍ​ເມື່ອ​ເດືອນ​ແລ້ວ​ນີ້, ມີຄະນະ​ກຳມາ​ທິການໜຶ່ງ​ຂອງ​ກະຊວງ​ນີ້​ໄດ້​ສົ່ງ​ເສີມ​ແຜນການ​ລວມມີ 2 ພາກ​ກ່ຽວ​ກັບ​ການ​ກໍ່ສ້າງ​ເຮືອນ​ໃໝ່ 2.269 ​ຫຼັງ​ຢູ່​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ໃນ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ . ຕໍ່ໜ້າ​ບັນຫາ​ດັ່ງກ່າວ, ວັນ​ທີ 20/3 ປະທານາທິບໍດີ​ປາ​ແລດ​ສຕິນ Mahmud Abbas ​ໄດ້​ກ່າວ​ເຕືອນ​ວິວັດທະນາ​ການ​ສັນຕິພາບ​ຢູ່​ຕາ​ເວັນ​ອອກ​ກາງ​ຈະ​ຖືກ​ລົ້ມ​ເຫຼວຍ້ອນ​ມີ​ບັນດາ​ນະ​ໂຍບາຍ​ເຊັ່ນ​ນັ້ນ. ຕາມ​ໂຄສົກ​ຂອງ ປະທານາທິບໍດີ​ປາ​ແລດ​ສຕິນ Mahmud Abbas ​ແລ້ວ, ບັນດາ​ການ​ເຄື​ອ່ນ​ໄຫວ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ໃນ​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນຂອງ ອິດສະຣາ​ແອນ ຈະ​ເຮັດ​ໃຫ້ການ​ເຈລະຈາ​ຖືກ​ປະລາ​ໄຊ ​ແລະ ຕົກ​ເຂົ້າ​ສູ່​ສະພາບ​ບໍ່​ມີ​ທາງ​ອອກ.

ຂ່າວ/ບົດ​ອື່ນ