ອິດສະຣາແອນ ດຳເນີນການຊ້ອມຮົບໂດຍບັງເອີນ ຢູ່ ເຂດຊາຍແດນທາງທິດເຫນືອ

ອິດສະຣາແອນ ດຳເນີນການຊ້ອມຮົບໂດຍບັງເອີນ ຢູ່ ເຂດຊາຍແດນທາງທິດເຫນືອ - ảnh 1
ອິດສະຣາ​ແອນ​ໄດ້​ຈັດ​ຕັ້ງ​ການ​ຊ້ອມ​ຮົມ
ພາບ:thanhnien.com



(vovworld) - ວັນ​ທີ 19/9, ​ໃນ​ສະພາບ​ການ​ເຄັ່ງ​ຕຶງ​ພວມ​ເພີ່ມ​ຂຶ້ນທີ່​ກ່ຽວຂ້ອງ​ເຖິງ​ບັນຫາ​ນິວ​ເຄຼຍຂອງ ອີຣານ ກໍ​ຄື​ການ​ປະ​ທະ​ກັນ​ຢູ່ ຊີຣີ, ກອງທັບ ອິດສະຣາ​ແອນ​ໄດ້​ຈັດ​ຕັ້ງ​ການ​ຊ້ອມ​ຮົມ​ໂດຍ​ບັງ​ເອີນ​ຢູ່​ເຂດຊາຍ​ແດນ​ທາງ​ທິດ​ເຫນືອ. ​ແຈ້ງ​ຂ່າວ​ຂອງ​ກອງທັບ ອິດສະຣາ​ແອນ​ໃຫ້​ຮູ້​ວ່າ: ການ​ຊ້ອມ​ຮົບ​ໃນ​ເວລາ​ມື້ຫນຶ່ງ​ນັ້ນ​ໄດ້​ຮັບ​ການ​ປະຕິບັດ​ຕາມ​ຄຳ​ສັ່ງ​ຂອງ​ພົນ​ຕີ Benny Gantz ຜູ້​ບັນຊາ​ການ​ກອງທັບ ​ເພື່ອ​ແນ​ໃສ່​ກວດກາກຳລັງ​ຄວາມ​ສາມາດ ​ແລະ ສະພາບ​ການ​ກຽມພ້ອມ​ສູ້​ຮົບ ຂອງ​ກົມ​ກອງຈຳນວນ​ຫນຶ່ງ​ໃນ​ກອງທັບ ຊື່​ງນຳ​ຫນ້າ​ແມ່ນ​ກອງ​ປືນ​ໃຫຍ່. ການ​ຊ້ອມ​ຮົບ​ດັ່ງກ່າວ​ບໍ່​ໄດ້​ຮັບ​ການ​ປະກາດ​ລ່ວງ​ຫນ້າ ​ແຕ່​ກອງທັບ ອິດສະຣາ​ແອນ ​ເວົ້າ​ວ່າ ​ມັນແມ່ນ​ສ່ວນ​ຫນຶ່ງ​​ໃນ​ແຜນການ​ກວດກາການ​ທະຫານ​ເປັນ​ປະຈຳ.

 

ຂ່າວ/ບົດ​ອື່ນ