ອິດສະຣາແອນ ຖອນທະຫານ ຈຳນວນໜຶ່ງອອກຈາກເຂດມໍ່ກັບເຂດກາຊາ

ອິດສະຣາແອນ ຖອນທະຫານ ຈຳນວນໜຶ່ງອອກຈາກເຂດມໍ່ກັບເຂດກາຊາ - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 23/11, ອິດສະຣາ​ແອນ ​ເລີ່​ມຕົ້ນຖອນ​ທະຫານ​ຈຳນວນ​ໜຶ່ງ​ອອກ​ຈາກ​ບໍລິ​ເວັນ​ຕິດ​ກັບ​ເຂດ​ກາຊາ ​ໃນ​ສະພາບ​ຄວາມ​ສະຫງົບ​ເກືອ​ບຄື​ວ່າ​ໄດ້​ກັບຄືນ​ຢູ່​ບັນດາ​ເທດສະບານ​ເມືອງ​ພາກ​ໃຕ້​ອິດສະຣາ​ແອນ ພາຍຫຼັງ​ຂໍ້​ຕົກລົງ​ຢຸດ​ຍິງ​ລະຫວ່າງ​ລັດຖະບານ​ອິດສະຣາ​ແອນ ກັບ​ບັນດາ​ມື​ປືນ ປາ​ແລດ​ສຕິນ ຢູ່​ເຂດ​ກາຊາ ມີ​ຜົນ​ສັກສິດ​ໃນ​ຕອນ​ຄໍ່າ​ວັນ​ທີ 22/11. ​ແຕ່​ຫຼາຍ​ຄົນ​ຍັງ​ວິຕົກ​ກັງວົນ​ວ່າ ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ຈະ​ມີ​ໄພຈະ​ຫຼົ້ມ​ເຫຼວ​ເພາະ​ຍັງ​ເກີດ​ການ​ບຸກ​ໂຈມ​ຕີ​ບາງ​ຄັ້ງ. ມີ​ລົດ​ໂອ​ໂຕຂົນ​ສົ່ງ​ທະຫານ ​ແລະ ບັນດາ​ລົດບັນທຸກ​ໃຫຍ່​ຂົນສົ່ງ​ລົດຖັງ, ລົດ​ຫຸ້ນ​ຫັຼກ, ລົດກວາດ ​ແລະ ບັນດາ​ເຄື່ອງ​ອຸປະ​ກອນ​ການ​ທະຫານ​ອື່ນໆ​ພວມ​ກັບ​ຄືນ​ຖານ​ທີ່​ໝັ້ນ​ຢູ່​ຫຼາຍ​ເຂດ​ຂອງ​ປະ​ເທດນີ້, ​ເປັນ​ສັນຍານ​ໃຫ້​​ເຫັນ​ວ່າ ລັດຖະບານ​ອິດສະຣາ​ແອນ ພວມ​ຖອນ​ກຳລັງ​ທີ່​ຜັນ​ຂະຫຍາຍ​ຢູ່​ມໍ່​ກັບ​ເຂດ​ຊາຍ​ແດນ​ຕິດກັບ​ກາຊາ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ປະຊາຊົນ​ຍັງ​ວິຕົກ​ກັງວົນ​ຂໍ້​ຕົກລົງ​ຢຸດ​ຍິງ​ຖືກຫຼົ້ມ​ເຫຼວ ​ເພາະ​ຍັງ​ເກີດ​ການ​ຍິງ​ປືນ​ໃນ​ວັນ​ທີ 23/11, ​ໃນ​ນັ້ນ​ມີ 1 ຄົນ​ເສຍ​ຊີວິດ. ປາ​ແລດ​ສະຕິ​ນ ກ່າວ​ຫາ​ທະຫານ​ອິດສະຣາ​ແອນ ​ໄດ້​ຍິງ​ປືນ​ໃສ່ກຸ່ມ​ຊາວ​ກະສິກອນ​ ປາ​ແລດ​ສຕິນ, ​ເຊິ່ງ​ເຮັດ​ໃຫ້ 1 ຄົນ​ເສຍ​ຊີວິດ ​ແລະ 25 ຄົນ​ຖືກ​ບາດ​ເຈັບ. ນີ້​ແມ່ນ​ການ​ເສຍ​ຊີວິດ​ຄັ້ງທຳ​ອິດ ​​ນັບ​ແຕ່​ເວລາ​ອິດສະຣາ​ແອນ ​ແລະ ບັນດາ​ມື​ປືນ​ຢູ່ ປາ​ແລດ​ສະຕິ​ນ ບັນລຸ​ໄດ້​ຂໍ້​ຕົກລົງ​ຢຸດຕິ​ການ​ປະ​ທະ​ກັນ.

ຂ່າວ/ບົດ​ອື່ນ