ອິດສະຣາແອັນ ຖະແຫຼງ ຈະຮັກສາການຮ່ວມມືກັບ ລັດເຊຍຢູ່ ຊີຣີ

(VOVWORLD) - ອິດສະຣາແອັນ ຈະສືບຕໍ່ຮ່ວມມືກັບກອງທັບລັດເຊຍ ໃນບັ້ນຮົບການທະຫານຢູ່ຊີຣີ. ນີ້ແມ່ນຄໍາຖະແຫຼງຂອງທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ໄດ້ຍົກອອກມາໃນວັນທີ 25 ກັນຍາ ໃນສະພາບທີ່ການພົວພັນລະຫວ່າງ Tel Aviv ແລະ Moskva ພວມເຄັ່ງຕຶງ ເຊິ່ງກ່ຽວຂ້ອງເຖິງເຫດການຍິງເຮືອບິນຂອງ ລັດເຊຍ ຕົກ ຢູ່ ຊີຣີ. 

ອິດສະຣາແອັນ ຖະແຫຼງ ຈະຮັກສາການຮ່ວມມືກັບ ລັດເຊຍຢູ່ ຊີຣີ - ảnh 1ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu  

(ພາບ:TTXVN)

ເມື່ອຕອບສໍາພາດຕໍ່ວົງການນັກຂ່າວ ກ່ອນການເດີນທາງໄປ ນິວຢອກ (ອາເມລິກາ) ເພື່ອເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດ, ທ່ານ Netanyahu ເນັ້ນໜັກວ່າ ກໍາລັງປ້ອງກັນຕົວຂອງ ອິດສະຣາແອັນ (IDF) ຈະຮັກສາການສົມທົບກັບກອງທັບລັດເຊຍ. ພ້ອມທັງ, ເນັ້ນໜັກວ່າ ອີຣານ ຈະສືບຕໍ່ສະກັດກັ້ນການປະກົດຕົວຂອງທະຫານ ອີຣານ ໃນໄລຍະຍາວ ຢູ່ ຊີຣີ ແລະ ສະພາບການຕົວຈິງ, ພາຍໃນ 3 ປີຜ່ານມາ ໄດ້ປະຕິບັດສໍາເລັດແຜນນະໂຍບາຍດັ່ງກ່າວ, ກໍຄືສະກັດກັ້ນການຖ່າຍທອດອາວຸດທັນສະໄໝທີ່ສຸດໃຫ້ກຸ່ມ Hezbollah ຢູ່ລີບານ.


ຕອບກັບ

ຂ່າວ/ບົດ​ອື່ນ