ອິດສະຣາແອັນ ບຸກໂຈມຕີຄ້າຍລີ້ໄພຢູ່ເຂດ ກາຊາ, ມີກວ່າ 50 ຄົນຮັບບາດເຈັບ, ເສຍຊີວິດ

(VOVWORLD) - ພະແນກສາທາລະນະສຸກເຂດ ກາຊາ ໃຫ້ຮູ້ວ່າ, ຢ່າງໜ້ອຍສຸດມີ 57 ຄົນໄດ້ເສຍຊີວິດໃນເຫດຖີ້ມລະເບີດຄັ້ງຕ່າງໆຂອງ ອິດສະຣາແອັນ ໃສ່ບັນດາເຂດທາງໃຕ້ ແລະ ໃຈກາງເຂດ ກາຊາ.
ອິດສະຣາແອັນ ບຸກໂຈມຕີຄ້າຍລີ້ໄພຢູ່ເຂດ ກາຊາ, ມີກວ່າ 50 ຄົນຮັບບາດເຈັບ, ເສຍຊີວິດ - ảnh 1ການບຸກໂຈມຕີທາງອາກາດເກີດຂຶ້ນຢູ່ນະຄອນ Khan Younis
(ພາບ: THX/TTXVN)

ວັນທີ 16 ກໍລະກົດ, ພະແນກສາທາລະນະສຸກເຂດ ກາຊາ ໃຫ້ຮູ້ວ່າ, ຢ່າງໜ້ອຍສຸດມີ 57 ຄົນໄດ້ເສຍຊີວິດໃນເຫດຖີ້ມລະເບີດຄັ້ງຕ່າງໆຂອງ ອິດສະຣາແອັນ ໃສ່ບັນດາເຂດທາງໃຕ້ ແລະ ໃຈກາງເຂດ ກາຊາ.

ໃນນັ້ນ, ການບຸກໂຈມຕີທາງອາກາດເກີດຂຶ້ນຢູ່ໃກ້ເຂດຕັ້ງຕູບຄ້າຍໃຫ້ແກ່ບັນດາຄອບຄົວທີ່ຕ້ອງຍົກຍ້າຍອອກໄປຍັງເຂດ Attar, ຂຶ້ນກັບເຂດໄດ້ກຳນົດວ່າແມ່ນເຂດມະນຸດສະທຳ Al- Mawasi ຢູ່ນະຄອນ Khan Younis. ເຮັດໃຫ້ຢ່າງໜ້ອຍສຸດມີ ຊາວ ປາແລັດສະຕິນ 17 ຄົນເສຍຊີວິດ ແລະ 26 ຄົນຖືກບາດເຈັບໃນເຫດບຸກໂຈມຕີດັ່ງກ່າວ. ສ່ວນກອງທັບ ອິດສະຣາແອັນ ໃຫ້ຮູ້ວ່າ, ການບຸກໂຈມຕີທາງອາກາດດັ່ງກ່າວແນໃສ່ຫົວໜ້າຂັ້ນສູງຂອງກຸ່ມ Jihad, ທີ່ເປັນສຳພັນທະມິດຂອງ Hamas.

ຖັດຈາກນັ້ນ 2-3 ຊົ່ວໂມງ, ອິດສະຣາແອັນ ສືບຕໍ່ດຳເນີນການບຸກໂຈມຕີທາງອາກາດໃສ່ໂຮງຮຽນແຫ່ງ 1 ໂດຍສະຫະປະຊາຊາດບໍລິຫານ, ເຊິ່ງແມ່ນເຂດທີ່ມີບັນດາຄອບຄົວທີ່ຕ້ອງຍົກຍ້າຍໄປຢູ່ໃນຄ້າຍ Nuseirat. ການບຸກໂຈມຕີດັ່ງກ່າວເຮັດໃຫ້ 23 ຄົນເສຍຊີວິດ ແລະ ຫຼາຍຄົນຖືກບາດເຈັບ. ສຳລັບການບຸກໂຈມຕີນີ້, ກອງທັບອິດສະຣາແອັນ ໃຫ້ຮູ້ວ່າ, ໄດ້ບຸກໂຈມຕີກຸ່ມ “ກໍ່ການຮ້າຍ” ທີ່ເຄື່ອນໄຫວຢູ່ພາຍໃນໂຮງຮຽນ, ພາຍຫຼັງທີ່ປະຕິບັດບັນດາມາດຕະການເພື່ອຫຼຸດຜ່ອນຄວາມສ່ຽງໃຫ້ແກ່ສາມັນຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ