ອິດ​ສະ​ຣາ​ແອັນ ບຸກ​ໂຈ​ມ​ຕີ​ທາງ​ອາ​ກາດ​ແນ່​ໃສ່​ສະ​ໜາມ​ບິນ​ສາ​ກົນ​ຢູ່​ນະ​ຄອນຫຼວງ Damascus (ຊີ​ຣີ)

(VOVWORLD) -ວັນທີ 2 ມັງກອນ, ກອງທັບ ຊີຣີ ໃຫ້ຮູ້ວ່າ ອິດສະຣາແອັນ ໄດ້ດຳເນີນການບຸກໂຈມຕີທາງອາກາດເຮັດໃຫ້ສະໜາມບິນສາກົນຕົ້ນຕໍຢູ່ນະຄອນຫຼວງ Damascus ຂອງ ຊີຣີ ຕ້ອງຢຸດຕິການເຄື່ອນໄຫວ. 
ອິດ​ສະ​ຣາ​ແອັນ ບຸກ​ໂຈ​ມ​ຕີ​ທາງ​ອາ​ກາດ​ແນ່​ໃສ່​ສະ​ໜາມ​ບິນ​ສາ​ກົນ​ຢູ່​ນະ​ຄອນຫຼວງ Damascus (ຊີ​ຣີ) - ảnh 1ການບຸກໂຈມຕີກໍ່ຜົນເສຍຫາຍທາງດ້ານວັດຖຸເປັນຈຳນວນຫຼາຍ (ພາບ:  AP)

ສຳນັກຂ່າວສານ SANA ຂອງ ຊີຣີ ໄດ້ຄັດສະເໜີແຫຼ່ງຂ່າວດັ່ງກ່າວ ໂດຍໃຫ້ຮູ້ຕື່ມອີກວ່າ ການບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ເລັງໃສ່ເຂດທາງພາກໃຕ້ Damascus, ເຮັດໃຫ້ມີທະຫານເສຍຊີວິດຢ່າງໜ້ອຍສຸດ  2 ຄົນ ແລະ ກໍ່ຜົນເສຍຫາຍທາງດ້ານວັດຖຸເປັນຈຳນວນຫຼາຍ. ລະອຽດ, ປະມານ 2 ໂມງເຊົ້າຕາມເວລາ ຊີຣີ, ອິດສະຣາແອັນ ໄດ້ປະຕິບັດການບຸກໂຈມຕີດ້ວຍລູກສອນໄຟ ເລັງໃນສະໜາມບິນສາກົນ Damascus ແລະ ບັນດາເຂດໃກ້ຄຽງ”. ໃນຊຸມເດືອນມໍ່ໆມານີ້, ອິດສະຣາແອັນ ໄດ້ເພີ່ມທະວີການບຸກໂຈມຕີເລັ່ງໃສ່ສະໜາມບິນ ແລະ ຖານທີ່ໝັ້ນກອງທັບອາກາດແຫ່ງຕ່າງໆຂອງ ຊີຣີ ດ້ວຍຈຸດປະສົງ ເລັງໃສ່ກຳລັງທະຫານລາດທີ່ນິຍົມ ອີຣານ./.


ຕອບກັບ

ຂ່າວ/ບົດ​ອື່ນ