ອິດສະຣາແອນ ບຸກໂຈມຕີບັນດາຖານທີ່ໝັ້ນຂອງ Hamas ພາຍຫຼັງການຍິງປືນໃໝ່ເຂົ້າສະຖານທີ່ໃກ້ກັບເຂດ Gaza

(VOVWORLD) - ປະຈຸບັນ, ຍັງບໍ່ທັນມີແຈ້ງການກ່ຽວກັບຈຳນວນຜູ້ຖືກບາດເຈັບ ແລະ ເສຍຊີວິດ ໃນການບຸກໂຈມຕີຄັ້ງນີ້ ກໍ່ຄືບໍ່ທັນມີເປົ້າໝາຍ ຫຼື ອົງການຈັດຕັ້ງໃດຍອມຮັບໄດ້ດຳເນີນການຍິງປືນໃຫຍ່ເພື່ອແນໃສ່ຖານທີ່ໝັ້ນການທະຫານຂອງອິດສະຣາແອນ ກ່ອນນັ້ນ.
ອິດສະຣາແອນ ບຸກໂຈມຕີບັນດາຖານທີ່ໝັ້ນຂອງ Hamas ພາຍຫຼັງການຍິງປືນໃໝ່ເຂົ້າສະຖານທີ່ໃກ້ກັບເຂດ Gaza - ảnh 1 ພາບປະກອບ

ກອງທັບ ອິດສະຣາແອນ ຫາກໍ່ບຸກໂຈມຕີໃສ່ຖານທີ່ໝັ້ນ 4 ແຫ່ງຂອງຂະບວນການອິດສະລາມປະກອບອາວຸດ Hamas ຢູ່ເຂດ ກາຢາ ພາຍຫຼັງເກີດເຫດຍິງປືນໃຫຍ່ຈາກ ປາແລດສະຕິນ ໃສ່ຖານທີ່ໝັ້ນການທະຫານ ອິດສະຣາແອນ ໃກ້ກັບເຂດນີ້.

        ໃນແຈ້ງການເມື່ອວັນທີ 30 ພະຈິກ, ກອງທັບ ອິດສະຣາແອນ ຊີ້ແຈ້ງວ່າ ເພື່ອແນໃສ່ໂຕ້ຕອບບັນດາການຍິງປືນໃຫຍ່ໃສ່ຖານທີ່ໝັ້ນການທະຫານໃກ້ກັບທາງທິດເໜືອ ເຂດ ກາຢາ, ບັນດາລົດຖັງ ແລະ ເຮືອບິນຂອງ ອິດສະຣາແອນ ໄດ້ບຸກໂຈມຕີຖານທີ່ໝັ້ນ 4 ແຫ່ງຂອງ Hamas ຢູ່ທາງທິດເໜືອ ກາຢາ. ປະຈຸບັນ, ຍັງບໍ່ທັນມີແຈ້ງການກ່ຽວກັບຈຳນວນຜູ້ຖືກບາດເຈັບ ແລະ ເສຍຊີວິດ ໃນການບຸກໂຈມຕີຄັ້ງນີ້ ກໍ່ຄືບໍ່ທັນມີເປົ້າໝາຍ ຫຼື ອົງການຈັດຕັ້ງໃດຍອມຮັບໄດ້ດຳເນີນການຍິງປືນໃຫຍ່ເພື່ອແນໃສ່ຖານທີ່ໝັ້ນການທະຫານຂອງອິດສະຣາແອນ ກ່ອນນັ້ນ. ໃນຂະນະນັ້ນ, ບັນດາແຫຼ່ງຂ່າວປ້ອງກັນຄວາມສະຫງົບ ປາແລດສະຕິນ ຢູ່ ເຂດ ກາຢາ ໃຫ້ຮູ້ວ່າ: ປ້ອມຕິດຕາມກວດກາຂອງ  Hamas 2 ແຫ່ງຖືກຜົນສະທ້ອນຍ້ອນເຫດບຸກໂຈມຕີດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ