ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ​ໂຮງ​ໝໍ​ພາຍ​ໃນ​ໂຮງ​ຮຽນ, ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ​ສຸດ 30 ຄົນ

(VOVWORLD) -
ອິດ​ສະ​ຣາ​ແອັນ ບຸກ​ໂຈມ​ຕີ​ໂຮງ​ໝໍ​ພາຍ​ໃນ​ໂຮງ​ຮຽນ, ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ​ສຸດ 30 ຄົນ - ảnh 1ສະພາບການຢູ່ເຂດ ກາຊາ ພາຍຫຼັງຖືກບຸກໂຈມຕີທາງອາກາດ ໃນວັນທີ 21 ກໍລະກົດ 2024 (ພາບ:  THX/TTXVN)

ວັນທີ 27 ກໍລະກົດ, ໂຮງຮຽນ ມີໂຮງໝໍກາງສະໜາມຢູ່ Deir el-Balah, ເຊິ່ງເປັນບ່ອນຫຼົບຕົວຂອງຊາວ ປາແລັດສະຕິນ 4.000 ຄົນ ຖືກກອງທັບ ອິດສະຣາແອັນ ບຸກໂຈມຕີທາງອາກາດ ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 30 ຄົນ ແລະ ຜູ້ບາດເຈັບກວ່າ 100 ຄົນ. ຫ້ອງການສື່ມວນຊົນຂອງ ຮາມາດສ ໃຫ້ຮູ້ວ່າ ໃນຈຳນວນຜູ້ເສຍຊີວິດນັ້ນ ມີເດັກນ້ອຍ 15 ຄົນ ແລະ ແມ່ຍິງ 8 ຄົນ.

        ກອງທັບ ອິດສະຣາແອັນ ໃຫ້ຮູ້ວ່າ ເຂົາເຈົ້າໄດ້ບຸກໂຈມຕີສູນບັນຊາການຂອງ ຮາມາດສ ໃນເຂດປະສົມຂອງໂຮງຮຽນດັ່ງກ່າວ.

        ກໍໃນວັນດຽວກັນ, ຢູ່ນະຄອນ Khan Younis ພາກໃຕ້ ກາຊາ, ບັນດາບັ້ນບຸກໂຈມຕີຂອງ ອິດສະຣາແອັນ ໄດ້ເຮັດໃຫ້ມີຊາວ ປາແລັດສະຕິນ ເສຍຊີວິດຢ່າງໜ້ອຍສຸດ 14 ຄົນ.

        ບັນດາບັ້ນບຸກໂຈມຕີທາງອາກາດຂອງ ອິດສະຣາແອັນ ຢູ່ນະຄອນ Rafah ພາກໃຕ້ ກາຊາ ແລະ ຄ້າຍລີ້ໄພ Al – Bureij ພາກກາງ ເຂດ ກາຊາ ກ່ອນໜ້ານັ້ນໜຶ່ງວັນ ກໍເຮັດໃຫ້ຊາວປາແລັດສະຕິນ ເສຍຊີວິດຢ່າງໜ້ອຍສຸດ 9 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ