ອິດ​ສະ​ຣາ​ແອັນ ປະ​ກາດ​ຕັດ​ທຸ​ກ​ການ​ພົວ​ພັນ​ຕິດ​ຕໍ່​ກັບອົງ​ການ​ຊ່ວຍ​ບັນ​ເທົ່າ​ທຸກ ສ​ປ​ຊ

(VOVWORLD) - ອິດສະຣາແອັນ ຈະຢຸດຕິທຸກການພົວພັນຕິດຕໍ່ກັບອົງການຊ່ວຍບັນເທົ່າທຸກ ແລະ ວຽກເຮັດງານທຳຂອງ ສປຊ ໃຫ້ແກ່ຊາວລີ້ໄພ ປາແລັດສະຕິນ (UNRWA) ແລະ ບໍ່ວ່າອົງການຈັດຕັ້ງໃດທີ່ຕາງໜ້າໃຫ້ແກ່ UNRWA, ພາຍຫຼັງທີ່ກ່າວຫາອົງການນີ້ເປັນຫຼາຍຄັ້ງວ່າ ເຮັດໃຫ້ຄວາມໝັ້ນຄົງຂອງ ອິດສະຣາແອັນ ຊຸດໂຊມລົງ. 
ອິດ​ສະ​ຣາ​ແອັນ ປະ​ກາດ​ຕັດ​ທຸ​ກ​ການ​ພົວ​ພັນ​ຕິດ​ຕໍ່​ກັບອົງ​ການ​ຊ່ວຍ​ບັນ​ເທົ່າ​ທຸກ ສ​ປ​ຊ - ảnh 1ບັນດາຕຶກອາຄານຖືກມ້າງເພທຳລາຍພາຍຫຼັງການບຸກໂຈມຕຂອງ ອິດສະຣາແອັນ ຢູ່ເຂດ ກາຊາ
(ພາບ: THX/TTXVN)

ວັນທີ 28 ມັງກອນ (ຕາມເວລາ ນິວຢອກ), ທ່ານ Danny Danon ເອກອັກຄະລັດຖະທູດ ອິດສະຣາແອັນ ປະຈຳ ສປຊ ໃຫ້ຮູ້ວ່າ ປະເທດນີ້ ຈະຢຸດຕິທຸກການພົວພັນຕິດຕໍ່ກັບອົງການຊ່ວຍບັນເທົ່າທຸກ ແລະ ວຽກເຮັດງານທຳຂອງ ສປຊ ໃຫ້ແກ່ຊາວລີ້ໄພ ປາແລັດສະຕິນ (UNRWA) ແລະ ບໍ່ວ່າອົງການຈັດຕັ້ງໃດທີ່ຕາງໜ້າໃຫ້ແກ່ UNRWA, ພາຍຫຼັງທີ່ກ່າວຫາອົງການນີ້ເປັນຫຼາຍຄັ້ງວ່າ ເຮັດໃຫ້ຄວາມໝັ້ນຄົງຂອງ ອິດສະຣາແອັນ ຊຸດໂຊມລົງ.

ຫຼັງຈາກນັ້ນ ທ່ານ Philippe Lazzarini ຫົວໜ້າອົງການ UNRWA ໄດ້ມີປະຕິກິລິຍາ ໂດຍໃຫ້ຮູ້ວ່າ ບັນດາການກະທຳຂອງ ອິດສະຣາແອັນ ຕ້ານ UNRWA ແມ່ນ “ການບຸກໂຈມຕີແບບບໍ່ຢຸດບໍ່ເຊົ່າ” ພວມ “ກໍ່ຜົນເສຍຫາຍເຖິງຊີວິດການເປັນຢູ່ ແລະ ອະນາຄົດຂອງຊາວ ປາແລັດສະຕິນ ໃນທົ່ວຜືນແຜ່ນດິນຂອງ ປາແລັດສະຕິນ ທີ່ຖືກຢຶດຄອງ”.

ທ້າຍເດືອນ ຕຸລາ 2024, ສະພາແຫ່ງຊາດ ອິດສະຣາແອັນ ໄດ້ຮັບຮອງເອົາຮ່າງກົດໝາຍຫ້າມ UNRWA ເຄື່ອຍໄຫວໃນດິນແດນຂອງປະເທດນີ້, ໂດຍບໍ່ຫົວຊາຕໍ່ການຄັດຄ້ານຈາກປະເທດພັນທະມິດຫຼັກແຫຼ່ງ ອາເມລິກາ ແລະ ບາງປະເທດ ເອີຣົບ ທີ່ໜູນຫຼັງໃຫ້ແກ່ອຳນາດການປົກຄອງ Tel Aviv.


ຕອບກັບ

ຂ່າວ/ບົດ​ອື່ນ