ອິດ​ສະ​ຣາ​ແອັນ ປະ​ກາດ​ແຜນ​ການ​ກໍ່​ສ້າງ​ເຮືອນ​ຢູ່​ຕື່ມ​ອີກກວ່າ 1.300 ຫຼັງ​ຢູ່ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ

(VOVWORLD) -   ວັນທີ 24 ຕຸລາ, ກະຊວງກໍ່ສ້າງ ອິດສະຣາແອັນ ໄດ້ແຈ້ງໃຫ້ຊາບວ່າ ມີແຜນການກໍ່ສ້າງເຮືອນຢູ່ກວ່າ 1.300 ຫຼັງເພື່ອຕັ້ງຖິ່ນຖານຄົງທີ່ໃຫ້ແກ່ຊາວ ຢຸວ ຢູ່ເຂດຢືດຄອງຢູ່ທີ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ.
ອິດ​ສະ​ຣາ​ແອັນ ປະ​ກາດ​ແຜນ​ການ​ກໍ່​ສ້າງ​ເຮືອນ​ຢູ່​ຕື່ມ​ອີກກວ່າ 1.300 ຫຼັງ​ຢູ່ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ - ảnh 1ໂຄງການກໍ່ສ້າງເຮືອນຢູ່ຂອງ ອິດສະຣາແອັນ (ພາບ: TTXVN)

ນີ້ແມ່ນໂຄງການເພີ່ມເຕີມໃຫ້ແກ່ໂຄງການກໍ່ສ້າງເຮືອນຢູ່ກວ່າ 2.000 ຫຼັງ ເມື່ືອເດືອນສິງຫາຜ່ານມາ, ແຫຼ່ງຂ່າວຈາກກະຊວງປ້ອງກັນປະເທດ ອິດສະຣາແອັນ ໃຫ້ຮູ້ວ່າ ໄດ້ອອກໜັງສືອະນຸຍາດນຳໃຊ້ສຳລັບຜູ້ມາຕັ້ງຖິ່ນຖານຢູ່ ຝັ່ງຕາເວັນຕົກແມ່ນ້ຳຈໍແດນ. ຄາດວ່າ, ໃນອາທິດນີ້, ກະຊວງປ້ອງກັນປະເທດ ອິດສະຣາແອັນ ຈະພິຈາລະນາອະນຸຍາດໃຫ້ແກ່ໂຄງການໃໝ່.

        ອິດສະຣາແອັນ ໄດ້ຢຶດຄອງເຂດຝັ່ງຕາເວັນຕົກນັບແຕ່ຫຼັງສົງຄາມປີ 1967 ແລະ ພວມຢຶດສິດຄຸ້ມຄອງບໍລິຫານຢ່າງສິ້ນເຊິງສຳລັບສ່ວນໃຫຍ່ເຂດດິນແດນແຫ່ງນີ້ ເຖິງວ່າ ນີ້ກໍແມ່ນບ່ອນທີ່ມີຊາວ ປາແລັດສະຕິນ ຫຼາຍກວ່າ 2 ລ້ານຄົນ ດຳລົງຊີວິດ ກໍ່ຕາມ.


ຕອບກັບ

ຂ່າວ/ບົດ​ອື່ນ