ອິດ​ສະ​ຣາ​ແອນ ຜ່ອ​​ນຄາຍ​ບາງ​ຂໍ້​ຈຳ​ກັດ​ຢູ່​ເຂດ ກາ​ຊາ

(VOVWORLD) -ນັບແຕ່ວັນທີ 1 ສິງຫາ, ຈະອະນຸຍາດໃຫ້ຂົນສົ່ງເຄື່ອງອຸປະກອນ ແລະ ສິນຄ້າເຂົ້າເຂດ ກາຊາ.
ອິດ​ສະ​ຣາ​ແອນ ຜ່ອ​​ນຄາຍ​ບາງ​ຂໍ້​ຈຳ​ກັດ​ຢູ່​ເຂດ ກາ​ຊາ - ảnh 1

 ເອຫາປາຢູ່ກຳປັ່ນທີ່ນະຄອນ ກາຊາ (ພາບ: AFP/TTXVN)

     ວັນທີ 30 ກໍລະກົດ, ອິດສະຣາແອນ ປະກາດວ່າຈະຜ່ອນຄາຍບາງມາດຕະການຈຳກັດທີ່ພວມຈັດວາງຢູ່ເຂດ ກາຊາ, ໃນນັ້ນ ມີການເປີດກ້ວາງເຂດໄດ້ຮັບອະນຸຍາດເພື່ອຫາປາ.

ໃນຄຳຖະແຫຼງໜຶ່ງ, ທ່ານ Ghassan Alian, ຜູ້ຮັບຜິດຊອບປະສານບັນດາການເຄື່ອນໄຫວຂອງລັດຖະບານ ອິດສະຣາແອນ ຢູ່ບັນດາເຂດດິນແດນຂອງຊາວ ປາແລດສະຕິນ ໃຫ້ຮູ້ວ່າ: ນັບແຕ່ວັນທີ 1 ສິງຫາ, ຈະອະນຸຍາດໃຫ້ຂົນສົ່ງເຄື່ອງອຸປະກອນ ແລະ ສິນຄ້າເຂົ້າເຂດ ກາຊາ. ຊາວເຂດ ກາຊາ ກໍ່ໄດ້ອະນຸຍາດໄປຍັງ ຈໍແດນ ຜ່ານ ອິດສະຣາແອນ ແລະ ຝ່າຍ ອິດສະຣາແອນ ກໍ່ອະນຸຍາດໃຫ້ 29 ພາຫະນະເຂົ້າເຂດ ກາຊາ ຊື່ງພວມຖືກຈັບຢູ່ບັນດາທ່າກຳປັ່ນຂອງ ອິດສະຣາແອນ ນັບແຕ່ເດືອນພຶດສະພາ. ຝ່າຍ ອິດສະຣາແອນ ກໍ່ໄດ້ປະກາດໃຫ້ອຳນາດການປົກຄອງ ປາແລດສະຕິນ ກ່ຽວກັບເລື່ອງເປີດເຂດໄດ້ອະນຸຍາດຫາປາຢູ່ນອກຝັ່ງທະເລເຂດ ກາຊາ ຄືນໃໝ່ ອອກ 12 ໄມທະເລ ໂດຍເລີ່ມແຕ່ວັນທີ 30 ກໍລະກົດ.

ຕອບກັບ

ຂ່າວ/ບົດ​ອື່ນ