ອິດສະຣາແອນ ພ້ອມແລ້ວທີ່ຈະອະນຸຍາດໃຫ້ເຄື່ອງຊ່ວຍເຫລືອສົ່ງມາເຂດ ກາຊາ ຜ່ານທາງທະເລ

(VOVWORLD) -ວັນທີ 31ທັນວາ, ອິດສະຣາແອນ ຖະແຫລງວ່າ ພ້ອມແລ້ວທີ່ຈະອະນຸຍາດໃຫ້ການເຄື່ອນໄຫວຂົນສົ່ງເຄື່ອງຊ່ວຍເຫລືອເຖິງເຂດ ກາຊາ ຜ່ານທາງທະເລໂດຍເລີ່ມມາຈາກ Cyprus
ອິດສະຣາແອນ ພ້ອມແລ້ວທີ່ຈະອະນຸຍາດໃຫ້ເຄື່ອງຊ່ວຍເຫລືອສົ່ງມາເຂດ ກາຊາ ຜ່ານທາງທະເລ - ảnh 1ພາຍຫລັງການບຸກໂຈມຕີທາງອາກາດຂອງ ອິດສະຣາແອນ ຢູ່ ເຂດ ກາຊາ ເມື່ອວັນທີ 26/12/2023. (ພາບ: THX/TTXVN) 

ວັນທີ 31ທັນວາ, ອິດສະຣາແອນ ຖະແຫລງວ່າ ພ້ອມແລ້ວທີ່ຈະອະນຸຍາດໃຫ້ການເຄື່ອນໄຫວຂົນສົ່ງເຄື່ອງຊ່ວຍເຫລືອເຖິງເຂດ ກາຊາ ຜ່ານທາງທະເລໂດຍເລີ່ມມາຈາກ Cyprus, ພ້ອມທັງໃຫ້ຮູ້ວ່າ: ມີ 4 ປະເທດ ເອີລົບ:             ອັງກິດ, ຝລັ່ງ,              ເກຼັກ ແລະ ໂຮນລັງ ອາດຈະເຂົ້າເຂົ້າຮ່ວມແຜນການນີ້.

ຖ້າຫາກແຜນການນີ້ໄດ້ຮັບການຜັນຂະຫຍາຍ, ນີ້ເປັນຄັ້ງທຳອິດ ອິດສະຣາແອນ ຜ່ອນຜັນຄຳສັ່ງປິດລ້ອມການເດີນທະເລໂດຍໄດ້ຈັດວາງສຳລັບເຂດ ກາຊາ ແຕ່ປີ 2007 ເມື່ອຂະບວນການ ຮາມາດຂຶ້ນກຳອຳນາດຄຸ້ມຄອງເຂດດິນແດນນີ້.

:             ອັງກິດ, ຝລັ່ງ,              ເກຼັກ ແລະ ໂຮນລັງ ຍັງບໍ່ທັນມີຄຳຕອບຕໍ່ຄຳຖະແຫລງດັ່ງກ່າວ ແຕ່ເຖິງຢ່າງໃດກໍຕາມ ກ່ອນຫນ້ານັ້ນອັງກິດ ແລະ ເກຼັກ ສະແດງການສະຫນັບສະຫນູນຂໍ້ລິເລີ່ມຂອງ Cyprus.

ໃນຂະນະນັ້ນ, ວັນທີ 31 ທັນວາ,  ປະທານາທິບໍດີ ປາແລດສະຕິນ Mahmoud Abbas ຖະແຫລງວ່າ ຈະສືບຕໍ່ຢຶດໝັ້ນການປົກປ້ອງບັນດາສິດອັນຖືດຕ້ອງກັບກົດໝາຍ ພ້ອມທັງບໍ່ຍອມຮັບເລື່ອງຍົກຍ້າຍອອກຈາກເຂດດິນແດນຂອງເຂົາເຈົ້າ. ຫົວຫນ້າ PA ຢືນຢັນ: ບັນດາມາດຕະການທາງການທະຫາ ຈະກໍ່ຄວາມຂາດສະຖຽນລະພາບຂອງພາກພື້ນ ແລະ ສ່ວນຍັງເຫລືອແມ່ນຂອງໂລກ ແທນທີ່ນຳມາເຊິ່ງສັນຕິພາບ ຫລື ຄວາມໝັ້ນຄົງ. ປະທານາທິບໍດີ Mahmoud Abbas ຮຽກຮ້ອງປະຕິບັດມາດຕະການດ້ານການເມືອງໂດຍອີງໃສ່ກົດໝາຍ ແລະບັນດາມະຕິສາກົນ ຮັບຮູ້ສິດເສລີພາບ ແລະ ເອກະລາດຂອງ ຊາວ ປາແລດສະຕີນ.

ຕອບກັບ

ຂ່າວ/ບົດ​ອື່ນ