ອິດສະຣາແອັນ ສືບຕໍ່ເປີດກວ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ຢູ່ຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ

(VOVWORLD) - ຫວ່າງມໍ່ໆມານີ້, ລັດຖະບານ ອິດສະຣາແອັນ ໄດ້ໃຫ້ສັດຕະຍາບັນເລື່ອງຢຶດເອົາເນື້ອທີ່ດິນ 12,7 ກມ2 ຢູ່ຮ່ອມພູ ຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ
ອິດສະຣາແອັນ ສືບຕໍ່ເປີດກວ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ຢູ່ຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ - ảnh 1 ປະຊາຄົມສາກົນຖືເລື່ອງກໍ່ສ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ແມ່ນຜິດກົດໝາຍ
(ພາບປະກອບ: Reuters)

        ວັນທີ 04 ກໍລະກົດ, ອົງການຕິດຕາມການຕັ້ງຖິ່ນຖານຄົງທີ່ Peace Now ໃຫ້ຮູ້ວ່າ, ລັດຖະບານ ອິດສະຣາແອັນ ໄດ້ອະນຸມັດຜ່ານແຜນການກໍ່ສ້າງເຮືອນຢູ່ເກືອບ 5.300 ຫຼັງ ໃນນັບສີບເຂດຕັ້ງຖິ່ນຖານຄົງທີ່ຢູ່ທົ່ວຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ. ກ່ອນໜ້ານັ້ນ, ວັນທີ 03 ກໍລະກົດ, ອົງການນີ້ກໍ່ໃຫ້ຮູ້ວ່າ, ຫວ່າງມໍ່ໆມານີ້, ລັດຖະບານ ອິດສະຣາແອັນ ໄດ້ໃຫ້ສັດຕະຍາບັນເລື່ອງຢຶດເອົາເນື້ອທີ່ດິນ 12,7 ກມ2 ຢູ່ຮ່ອມພູ ຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ, ແມ່ນການຢຶດເອົາເນື້ອທີ່ດິນຫຼາຍທີ່ສຸດນັບແຕ່ສັນຍາສັນຕິພາບ Oslo ໄດ້ຮັບການລົງນາມນັບແຕ່ປີ 1993 ລະຫວ່າງບັນດາການນຳ ອິດສະຣາແອັນ ແລະ ປາແລັດສະຕິນ.

        ປະຊາຄົມສາກົນຖືເລື່ອງກໍ່ສ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ແມ່ນຜິດກົດໝາຍ ແລະ ແມ່ນສິ່ງກີດຂວາງໃຫ້ແກ່ວິວັດທະນາການສັນຕິພາບຢູ່ເຂດຕາເວັນອອກກາງ. ໃນຂະນະທີ່ຊາວ ປາແລັດສະຕິນ ຫວັງວ່າ ຝັ່ງຕາເວັນຕົກແມ່ນ້ຳ ຈໍແດນ, ທິດຕາເວັນອອກ ເຢຍຣູຊາແລມ ແລະ ເຂດ ກາຊາ, ບັນດາເຂດທີ່ຖືກ ອິດສະຣາແອັນ ຢຶດຄອງໃນສົງຄາມຕາເວັນອອກກາງ ປີ 1967 ກາຍເປັນປະເທດເອກະລາດ.

ຕອບກັບ

ຂ່າວ/ບົດ​ອື່ນ