ອິດ​ສະ​ຣາ​ແອັນ ອະ​ນຸ​ຍາດ​ໃຫ້​ລົດ​ບັນ​ທຸກ​​ສິນ​ຄ້າ​ເຂົ້າ​ເຂດ Gaza

(VOVWORLD) - ວັນທີ 17 ສິງຫາ, ອົງການສື່ມວນຊົນທ້ອງຖິ່ນ ໄດ້ໃຫ້ຂ່າວວ່າ, ນີ້ແມ່ນຄັ້ງທຳອິດ ນັບແຕ່ເມື່ອເກີດການປະທະກັນດ້ວຍອາວຸດໃນເດືອນພຶດສະພາມານີ້ ທີ່ ອິດສະຣາແອັນ ໄດ້ອະນຸຍາດໃຫ້ລົດບັນທຸກ 10 ຄັນ ຂົນສົ່ງຢາງລົດ ເຂົ້າໄປເຂດ Gaza.
ອິດ​ສະ​ຣາ​ແອັນ ອະ​ນຸ​ຍາດ​ໃຫ້​ລົດ​ບັນ​ທຸກ​​ສິນ​ຄ້າ​ເຂົ້າ​ເຂດ Gaza - ảnh 1ລົດບັນທຸກສິນຄ້າຈາກ ອິດສະຣາແອັນ ໄປຍັງເຂດ Gaza ຜ່ານດ່ານຊາຍແດນ Kerem Shalom (ພາບ: AFP/TTXVN)

ນອກຈາກນັ້ນ, ນັບແຕ່ວັນທີ 19 ສິງຫາ ຈະມາເຖິງ, ຝ່າຍ ອິດສະຣາແອັນ ກໍຈະອະນຸຍາດໃຫ້ລົດບັນທຸກສິນຄ້ານຳເຂົ້າປະເພດຕ່າງໆ ລວມທັງ ວັດສະດຸກໍ່ສ້າງເຂົ້າໄປດິນແດນຂອງ ປາແລັດສະຕິນ, ເຊິ່ງປັດຈຸບັນ ພວມຖືກ ອິດສະຣາແອັນ ປິດລ້ອມ.

        ກ່ອນໜ້ານັ້ນ, COGAT - ອົງການຮັບຜິດຊອບບັນຫາພົນລະເຮືອນຢູ່ບັນດາເຂດດິນແດນຂອງ ປາແລັດສະຕິນ ທີ່ພວມຖືກ ອິດສະຣາແອັນ ຄວບຄຸມ ໄດ້ແຈ້ງໃຫ້ຊາບວ່າ ນັບແຕ່ວັນທີ 15 ສິງຫາ ໄດ້ອະນຸຍາດໃຫ້ນັກທຸລະກິດນັບໝື່ນຄົນຂອງ Gaza ເຂົ້າເມືອງ ອິດສະຣາແອັນ, ພ້ອມທັງອະນຸຍາດໃຫ້ເຊື່ອມຕໍ່ການສົ່ງອອກສິນຄ້າໄປຍັງ Gaza ຜ່ານດ່ານຊາຍແດນ Kerem Shalom ລະຫວ່າງສອງຝ່າຍ.


ຕອບກັບ

ຂ່າວ/ບົດ​ອື່ນ