ອິດສະຣາ​ແອັນ - ອາ​ເມ​ລິ​ກາ ປຶ​ກສາ​ຫາລື​ກ່ຽວກັບ​ແຜນການ​ໂຮມ​ເຂດ​ຢຶດຄອງ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນໍ້າ​ຈໍ​ແດນ

(VOVWORLD) -ອໍານາດການປົກຄອງ ປາແລັດສະຕິນ ໄດ້ຖະແຫຼງຢຸດຕິສົນທິສັນຍາສັນຕິພາບ Oslo ລະຫວ່າງ ລັດຖະບານ ອິດສະຣາແອັນ ແລະ ອົງການປົດປ່ອຍ ປາແລັດສະຕິນ (PLO) ທີ່ໄດ້ລົງນາມໃນປີ 1993.
ອິດສະຣາ​ແອັນ - ອາ​ເມ​ລິ​ກາ ປຶ​ກສາ​ຫາລື​ກ່ຽວກັບ​ແຜນການ​ໂຮມ​ເຂດ​ຢຶດຄອງ​ຢູ່​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນໍ້າ​ຈໍ​ແດນ - ảnh 1ເຂດຝັ່ງຕາເວັນຕົກແມ່ນໍ້າຈໍແດນ (ພາບປະກອບ:   AFP/TTXVN)

ວັນທີ 14 ມິຖຸນາ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ແລະ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ Benny Gantz ໄດ້ມີການປຶກສາຫາລືກັບທ່ານ  David Friedman ເອກອັກຄະລັດຖະທູດ ອາເມລິກາ ປະຈໍາ ອິດສະຣາແອັນ ກ່ຽວກັບແຜນການໂຮມບັນດາເຂດດິນແດນທີ່ຢຶດຄອງຢູ່ເຂດຝັ່ງຕາເວັນຕົກແມ່ນໍ້າຈໍແດນຂອງຊາວ ປາແລັດສະຕິນ. ປັດຈຸບັນ, ຍັງບໍ່ທັນມີຖະແຫຼງການຢ່າງເປັນທາງການພາຍຫຼັງສິ້ນສຸດການພົບປະ.

        ປັດຈຸບັນ, ອິດສະຣາແອັນ ໄດ້ມີແຜນການໂຮມ ເນື້ອທີ່ບັນດາເຂດດິນ ກວ່າ 30% ຢູ່ຝັ່ງຕາເວັນຕົກແມ່ນໍ້າຈໍແດນ, ເຊິ່ງລວມມີ ຮ່ອມພູຈໍແດນ ກໍຄື ຈັດວາງອະທິປະໄຕສໍາລັບບັນດາເຂດຕັ້ງຖິ່ນຖານຊາວຢິວ ຢູ່ເຂດຝັ່ງຕາເວັນຕົກ. ທ່ານນາຍົກລັດຖະມົນຕີ Netanyahu ໃຫ້ຮູ້ວ່າ ແຜນການຂອງ ອິດສະຣາແອັນ ແຜນການໂຮມດິນແດນ ອາດຈະໄດ້ຮັບການຜັນຂະຫຍາຍນັບແຕ່ຕົ້ນເດືອນ ກໍລະກົດ. ແຜນການຂອງ ອິດສະຣາແອັນ ຈະຕ້ອງປະເຊີນໜ້າກັບປະຕິກິລິຍາຢ່າງແຮງຂອງ ປາແລັດສະຕິນ ແລະ ປະຊາຄົມສາກົນ ໃນທັນທີ. ອໍານາດການປົກຄອງ ປາແລັດສະຕິນ ໄດ້ຖະແຫຼງຢຸດຕິສົນທິສັນຍາສັນຕິພາບ Oslo ລະຫວ່າງ ລັດຖະບານ ອິດສະຣາແອັນ ແລະ ອົງການປົດປ່ອຍ ປາແລັດສະຕິນ (PLO) ທີ່ໄດ້ລົງນາມໃນປີ 1993.

ຕອບກັບ

ຂ່າວ/ບົດ​ອື່ນ