ອິດ​ສະ​ຣາ​ແອັນ ຮັບ​ຮອງ​ເອົາ​ຖະ​ແຫຼງ​ກາ​ນ​ຄັດ​ຄ້ານ​ການຮັບ​ຮອງ​ລັດ​ ປາ​ແລັດ​ສະ​ຕິນ ເອ​ກະ​ລາດ​ ແບບ​ລຳ​ພັງ​ຝ່າຍ​ດຽວ

(VOVWORLD) - ອິດສະຣາແອັນ ປະຕິເສດທຸກການຕົກລົງຂອງສາກົນທີ່ກ່ຽວຂ້ອງເຖິງບັນຫາວາງແຜນຖາວອນໃຫ້ແກ່ຊາວ ປາແລັດສະຕິນ.
ອິດ​ສະ​ຣາ​ແອັນ ຮັບ​ຮອງ​ເອົາ​ຖະ​ແຫຼງ​ກາ​ນ​ຄັດ​ຄ້ານ​ການຮັບ​ຮອງ​ລັດ​ ປາ​ແລັດ​ສະ​ຕິນ ເອ​ກະ​ລາດ​ ແບບ​ລຳ​ພັງ​ຝ່າຍ​ດຽວ - ảnh 1(ພາບປະກອບ:  AFP/TTXVN)

ໃນກອງປະຊຸມປະຈຳອາທິດໃນວັນທີ 18 ກຸມພາ, ລັດຖະບານ ອິດສະຣາແອັນ ໄດ້ລົງມະຕິຮັບຮອງເອົາຖະແຫຼງການຢ່າງເປັນທາງການກ່ຽວກັບການຄັດຄ້ານທຸກຂໍ້ຕົກລົງແບບລຳພັງຝ່າຍດຽວຂອງສາກົນ ທີ່ແນໃສ່ຮັບຮອງລັດ ປາແລັດສະຕິນ ເອກະລາດ.

ຖະແຫຼງການດັ່ງກ່າວ ໄດ້ຊີ້ແຈ້ງວ່າ ອິດສະຣາແອັນ ປະຕິເສດທຸກການຕົກລົງຂອງສາກົນທີ່ກ່ຽວຂ້ອງເຖິງບັນຫາວາງແຜນຖາວອນໃຫ້ແກ່ຊາວ ປາແລັດສະຕິນ. ຖ້າຫາກແຜນການຈັດວາງບັນລຸໄດ້ ກໍຕໍ່ເມື່ອໄດ້ດຳເນີນຜ່ານການເຈລະຈາໂດຍກົງລະຫວ່າງບັນດາຝ່າຍ ຫາກບໍ່ແມ່ນມີເງື່ອນໄຂຕັດສິນຊີ້ຂາດແບບນີ້. ອິດສະຣາແອັນ ຈະສືບຕໍ່ຄັດຄ້ານການຮັບຮອງລັດ ປາແລັດສະຕິນ ແບບລຳພັງຝ່າຍດຽວ.

ໃນຂະນະນັ້ນ, ວັນທີ 17 ກຸມພາ, ຢູ່ກອງປະຊຸມສຸດຍອດຄັ້ງທີ 37 ຂອງ ສະຫະພາບ ອາຟະລິກາ (AU), ຢູ່ ເອທີໂອປີ, ບັນດາການນຳທະວີບ ໄດ້ເລັ່ງລັດໃຫ້ ຮາມາດສ - ອິດສະຣາແອັນ ຢຸດຕິການປະທະກັນໃນທັນທີ ແລະ ຮຽກຮ້ອງສາກົນມີຄວາມສາມັກຕີຕໍ່ປະຊາຊົນ ປາແລັດສະຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ