ອິດ​ສະ​ຣາ​ແອັນ ເປີດ​ບັ້ນ​ບຸກ​ໂຈມ​ຕີ​ຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ ເຮັດ​ໃຫ້​ຊາວ​ ປາ​ແລັດ​ສະ​ຕິນ ຫຼາຍ​ຄົນ​ເສຍ​ຊີ​ວິດ

(VOVWORLD) - ອິດສະຣາແອັນ ໄດ້ດຳເນີນບັ້ນການທະຫານຄັ້ງໃຫຍ່ຢູ່ຫຼາຍບໍລິເວນໃນເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ຖືກຢຶດຄອງໃນຕອນເຊົ້າວັນທີ 28 ສິງຫາ. 
ອິດ​ສະ​ຣາ​ແອັນ ເປີດ​ບັ້ນ​ບຸກ​ໂຈມ​ຕີ​ຢູ່​ເຂດ​ຝັ່ງ​ຕາ​ເວັນ​ຕົກ​ແມ່​ນ້ຳ​ຈໍ​ແດນ ເຮັດ​ໃຫ້​ຊາວ​ ປາ​ແລັດ​ສະ​ຕິນ ຫຼາຍ​ຄົນ​ເສຍ​ຊີ​ວິດ - ảnh 1ລົດທະຫານ ອິດສະຣາແອັນ ໄດ້ຜັນຂະຫຍາຍຢູ່ນະຄອນTubas ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ (ພາບ: TTXVN)

ຖະແຫຼງການຮ່ວມລະຫວ່າງກຳລັງກອງທັບ ແລະ ກຳລັງຄວາມໝັ້ນຄົງ ອິດສະຣາແອັນ ໃຫ້ຮູ້ວ່າ ບັ້ນຮົບດັ່ງກ່າວ ມີການເຂົ້າຮ່ວມຂອງຫຼາຍກຳລັງ ແລະ ພາຫະນະການທະຫານຂອງ ອິດສະຣາແອັນ, ລວມມີກຳລັງກອງທັບ ແລະ ຄວາມໝັ້ນຄົງ, 4 ກອງພັນຕຳຫຼວດປ້ອງກັນຊາຍແດນ, ເຮືອບິນບໍ່ມີຄົນຂັບ (UAV), ລົດຫຸ້ມເກາະ, ລົດກວາດດິນ... ຕາມສະຫະສະມາຄົມຊີກວົງເດືອນແດງ ປາແລັດສະຕິນ ແລ້ວ, ຢ່າງໜ້ອຍສຸດ ມີຊາວ ປາແລັດສະຕິນ 10 ຄົນເສຍຊີວິດ ແລະ ຜູ້ໄດ້ຮັບບາດເຈັບ 15 ຄົນ ໃນເຫດບຸກໂຈມຕີຂອງ ອິດສະຣາແອັນ.

        ກ່ອນໜ້ານັ້ນ, ໃນວັນດຽວກັນ, ກຳລັງຄວາມໝັ້ນຄົງ ອິດສະຣາແອັນ ໄດ້ດຳເນີນການເຄື່ອນໄຫວການທະຫານ ເພື່ອແນໃສ່ 4 ນະຄອນຢູ່ເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ຖືກຢຶດຄອງ, ລວມມີ: Jenin, Nablus, Tubas ແລະ Tulkarem. ກອງທັບ ອິດສະຣາແອັນ ຢັ້ງຢືນວ່າ ການເຄື່ອນໄຫວນີ້ ເພື່ອແນໃສ່ດັບສູນພາກສ່ວນກໍ່ການຮ້າຍ.

        ວັນທີ 28 ສິງຫາ, ສະຫະພັນ ອາຣັບ (AL) ໄດ້ກ່າວປະນາມຕຳໜິຕິຕຽນບັ້ນການທະຫານຂອງ ອິດສະຣາແອັນ ຢູ່ເຂດພາກເໜືອຝັ່ງຕາເວັນຕົກ ແລະ ຖະແຫຼງວ່າ ບັນດາການບຸກໂຈມຕີຂອງ ອິດສະຣາແອັນ ແມ່ນການເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນຢ່າງແຮງ ແລະ ນາບຂູ່ເຖິງທົ່ວພາກພື້ນ ຕາເວັນອອກກາງ.

ນັກຂ່າວ VOV ປະຈຳ ອີຢິບ

ຕອບກັບ

ຂ່າວ/ບົດ​ອື່ນ