ອິດ​ສະ​ຣາ​ແອັນ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕໍ່​ຂໍ້​ຕົກ​ລົງ​ຢຸດ​ຍິງ​ໂດຍ​ມະ​ນຸດ​ສະ​ທຳ​ຢູ່ ເຂດ Gaza

(VOVWORLD) -ອິດສະຣາແອັນ ຍອມຮັບເຂົ້າຮ່ວມຂໍ້ຕົກລົງຢຸດຍິງ ແລະ Cairo ພວມລໍຖ້າປະຕິກິລິຍາຕອບກັບຈາກຝ່າຍຂະບວນການສູ້ຮົບ ອິດສະລາມ Jihad (PIJ) ຢູ່ເຂດ Gaza.
ອິດ​ສະ​ຣາ​ແອັນ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕໍ່​ຂໍ້​ຕົກ​ລົງ​ຢຸດ​ຍິງ​ໂດຍ​ມະ​ນຸດ​ສະ​ທຳ​ຢູ່ ເຂດ Gaza - ảnh 1ມີເຮືອນຊານບ້ານຊ່ອງຫຼາຍຫຼັງຖືກມ້າງທຳລາຍ (ພາບ:  THX/TTXVN)

ວັນທີ 7 ສິງຫາ, ອິດສະຣາແອັນ ໄດ້ເຫັນດີເປັນເອກະພາບຕໍ່ຂໍ້ຕົກລົງຢຸດຍິງໂດຍມະນຸດສະທຳ ຢູ່ເຂດ Gaza, ຄາດວ່າ ຈະມີຜົນສັກສິດແຕ່ເວລາ 22 ໂມງ 00 ນາທີຕາມເວລາທ້ອງຖິ່ນ (2 ໂມງເຊົ້າ ຂອງວັນທີ 8 ສິງຫາ ຕາມເວລາ ຫວຽດນາມ). ປັດຈຸບັນ, ອີຢິບ ພວມຕັ້ງໜ້າປະຕິບັດບັນດາຄວາມມານະພະຍາຍາມໄກເກ່ຍ ເພື່ອຢຸດຕິການໃຊ້ຄວາມຮຸນແຮງທີ່ເກີດຂຶ້ນຕະຫຼອດ 3 ວັນຜ່ານມາຢູ່ເຂດ Gaza, ເຊິ່ງໄດ້ເຮັດໃຫ້ປະຊາຄົມພາກພື້ນ ແລະ ສາກົນເກີດຄວາມວິຕົກກັງວົນ. ສຳນັກຂ່າວສານ AFP ຂອງ ຝລັ່ງ ໄດ້ຄັດສະເໜີແຫຼ່ງຂ່າວໜຶ່ງ ໂດຍໃຫ້ຮູ້ວ່າ ອິດສະຣາແອັນ ຍອມຮັບເຂົ້າຮ່ວມຂໍ້ຕົກລົງຢຸດຍິງ ແລະ Cairo ພວມລໍຖ້າປະຕິກິລິຍາຕອບກັບຈາກຝ່າຍຂະບວນການສູ້ຮົບ ອິດສະລາມ Jihad (PIJ) ຢູ່ເຂດ Gaza. ເຖິງຢ່າງໃດກໍຕາມ, ຊ່ອງ 13 ຂອງ ອິດສະຣາແອັນ ໄດ້ຄັດແຫຼ່ງຂ່າວຈາກ ປາແລັດສະຕິນ ໂດຍໃຫ້ຮູ້ວ່າ PIJ ປະຕິເສດເຂົ້າຮ່ວມຂໍ້ຕົກລົງສະບັບນີ້.  

        ໃນ 3 ວັນຜ່ານມາ, ກຳລັງ ອິດສະຣາແອັນ ໄດ້ເພີ່ມທະວີການບຸກໂຈມຕີທາງອາກາດເຂົ້າບັນດາສະຖານທີ່ຢູ່ເຂດ Gaza ເຊິ່ງໄດ້ຮັບຖືວ່າ ແມ່ນບ່ອນລີ້ຕົວຂອງພວກ PIJ. ຝ່າຍ ອິດສະຣາແອັນ ຖືວ່າ PIJ ກຳລັງຂຶ້ນແຜນບຸກໂຈມຕີ ອິດສະຣາແອັນ. ໃນຂະນະນັ້ນ, ບັນດາມືປືນຂອງ ປາແລັດສະຕິນ ຍິງລູກຈະຫຼວດກວ່າ 500 ລູກເພື່ອໂຕ້ຕອບຄືນ. ວົງການເຈົ້າໜ້າທີ່ສາທາລະນະສຸກເຂດ Gaza ໃຫ້ຮູ້ວ່າ ການປະທະກັນນີ້ ເຮັດໃຫ້ຊາວ ປາແລັດສະຕິນເສຍຊີວິດ 131 ຄົນ ແລະ ມີເຮືອນຊານບ້ານຊ່ອງຫຼາຍຫຼັງຖືກມ້າງທຳລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ