ອິດສະຣາແອັນ ແລະ UAE ບັນລຸໄດ້ຂໍ້ຕົກລົງປະຫວັດສາດເພື່ອແນໃສ່ຫັນການພົວພັນໃຫ້ເປັນເປັນປົກກະຕິ

(VOVWORLD) -ໃນຂໍ້ຕົກລົງດັ່ງກ່າວ ອິດສະຣາແອັນ ໄດ້ເຫັນດີຢຸດຕິການຈັດວາງອະທິປະໄຕສຳລັບບັນດາເຂດຂຶ້ນກັບຝັ່ງຕາເວັນຕົກແມ່ນ້ຳຈໍແດນ  ເຊິ່ງປະເທດນີ້ພວມປຶກສາຫາລືການໂຮມເຂດດິນແດນ.

ວັນທີ 13 ສິງຫາ, ອິດສະຣາແອັນ ແລະ ບັນດາປະເທດສະຫະລັດອາຣັບເອັມມີເລັດ (UAE) ບັນລຸໄດ້ຂໍ້ຕົກລົງສັນຕິພາບປະຫວັດສາດ ດ້ວຍການໄກ່ເກ່ຍຂອງທ່ານປະທານາທິບໍດີອາເມລິກາ Donald Trump, ຜ່ານນັ້ນຫັນການພົວພັນທາງການທູດລະຫວ່າງ 2 ປະເທດຕາເວັນອອກກາງ ນີ້ໃຫ້ເປັນປົກກະຕິຢ່າງຮອບດ້ານ.

        ກ່າວຄຳເຫັນຕໍ່ວົງການນັກຂ່າວ, ບັນດາເຈົ້າໜ້າທີ່ຂັ້ນສູງຂອງທຳນຽບຂາວ ໃຫ້ຮູ້ວ່າ, ໃນຂໍ້ຕົກລົງດັ່ງກ່າວ ອິດສະຣາແອັນ ໄດ້ເຫັນດີຢຸດຕິການຈັດວາງອະທິປະໄຕສຳລັບບັນດາເຂດຂຶ້ນກັບຝັ່ງຕາເວັນຕົກແມ່ນ້ຳຈໍແດນ  ເຊິ່ງປະເທດນີ້ພວມປຶກສາຫາລືການໂຮມເຂດດິນແດນ. ໃນຂະນະນັ້ນ, ໃນສື່ສັງຄົມ Twitter ສ່ວນຕົວ, ທ່ານປະທານາທິບໍດີອາເມລິກາ ໄດ້ຍ້ອງຍໍຂໍ້ຕົກລົງດັ່ງກ່າວວ່າແມ່ນ “ບາດກ້າວບຸກທະລຸອັນໃຫຍ່ຫຼວງ” ແລະ ແມ່ນ “ຂໍ້ຕົກລົງສັນຕິພາບມີລັກສະນະປະຫວັດສາດ” ລະຫວ່າງ ອິດສະຣາແອັນ ແລະ  UAE.

        ວັນທີ 13 ສິງຫາ, ບັນດາປະເທດອາຣັບ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ຂໍ້ຕົກລົງສັນຕິພາບປະຫວັດສາດລະຫວ່າງ UAE ແລະ ອິດສະຣາແອັນ, ໃນຂະນະທີ່ ປາແລັດສະຕິນ ປະຕິເສດຂໍ້ຕົກລົງດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ