ອິດ​ສະ​ຣາ​ແອັນ ແລະ ກຳ​ລັງ PIJ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຢຸດ​ຍິງ

(VOVWORLD) -
ອິດ​ສະ​ຣາ​ແອັນ ແລະ ກຳ​ລັງ PIJ ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ຢຸດ​ຍິງ - ảnh 1ສະພາບການຢູ່ ອິດສະຣາແອັນ ໃນວັນທີ 12 ພຶດສະພາ ພາຍຫຼັງຖືກບຸກໂຈມຕີ (ພາບ: IRNA/TTXVN)

ວັນທີ 13 ພຶດສະພາ, ອິດສະຣາແອັນ ແລະ ກຸ່ມປະກອບອາວຸດ Jihad (PIJ) ບັນລຸໄດ້ຂໍ້ຕົກລົງຢຸດຍິງ, ເຊິ່ງມີຜົນສັກສິດແຕ່ເວລາ 22 ໂມງຂອງວັນດຽວກັນ. ນີ້ແມ່ນໝາກຜົນທີ່ບັນລຸໄດ້ພາຍຫຼັງເກີດການຕໍ່ສູ້ໃນໄລຍະເວລາ 5 ວັນ ເຮັດໃຫ້ມີຜູ້ເສຍຊີວິດນັບສິບຄົນ.

ຕາມຂໍ້ຕົກລົງສະບັບດັ່ງກ່າວ, ສອງຝ່າຍຈະຢຸດຕິການເລັ່ງໃສ່ສາມັນຊົນ, ທຳລາຍເຮືອນຊານບ້ານຊ່ອງ ແລະ ເລັ່ງໃສ່ສ່ວນບຸກຄົນ ພາຍຫຼັງທີ່ຄຳສັ່ງຢຸດຍິງມີຜົນສັກສິດໃນທັນທີ. ອີຢິບ, ເປັນປະເທດເປັນກາງໄກ່ເກ່ຍໃນການເຈລະຈາເພື່ອບັນລຸໄດ້ຄຳສັ່ງຢຸດຍິງ ໄດ້ ຮຽກຮ້ອງໃຫ້ບັນດາຝ່າຍປະຕິບັດຂໍ້ຕົກລົງດັ່ງກ່າວໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ