ອິດສະຣາແອັນ ແລະ ຮາມາດ ເຊື່ອມຕໍ່ບັນດາການເຈລະຈາທາງອ້ອມ

(VOVWORLD) - ໃນວັນທີ 05 ກໍລະກົດ ນີ້, ທ່ານຫົວໜ້າຂອງອົງການ Mossad ຈະເຈລະຈາກັບທ່ານນາຍົກລັດຖະມົນຕີ ກາຕາ Mohammed Al Thani ເພື່ອເຮັດແຈ້ງກ່ຽວກັບຂໍ້ສະເໜີຢຸດຍິງ
ອິດສະຣາແອັນ ແລະ ຮາມາດ ເຊື່ອມຕໍ່ບັນດາການເຈລະຈາທາງອ້ອມ - ảnh 1ທ່ານ David Barnea, ຫົວໜ້າອົງການສືບລາຊະການລັບ Mossad
(ພາບ: Reuters)

        ພາຍຫຼັງຖືກຢຸດຕິເປັນເວລາຫຼາຍອາທິດ, ການເຈລະຈາທາງອ້ອມຄັ້ງຕ່າງໆລະຫວ່າງ ອິດສະຣາແອັນ ແລະ ກຳລັງ ຮາມາດ ກ່ຽວກັບຄຳສັ່ງຢຸດຍິງໃໝ່ຢູ່ເຂດ ກາຊາ ພວມໄດ້ຮັບການສົ່ງເສີມຢ່າງຕັ້ງໜ້າຄືນໃໝ່. ວັນທີ 04 ກໍລະກົດ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu, ໄດ້ຕົກລົງຈັດສົ່ງທ່ານ David Barnea, ຫົວໜ້າອົງການສືບລາຊະການລັບ Mossad, ໄປ ໂດຮາ, ກາຕາ, ເພື່ອເຊື່ອມຕໍ່ບັນດາການເຈລະຈາທາງອ້ອມກັບກຳລັງ ຮາມາດ ກ່ຽວກັບຂໍ້ຕົກລົງຢຸດຍິງ ແລະ ແລກປ່ຽນຕົວປະກັນໃໝ່. ຄາດວ່າ, ໃນວັນທີ 05 ກໍລະກົດ ນີ້, ທ່ານຫົວໜ້າຂອງອົງການ Mossad ຈະເຈລະຈາກັບທ່ານນາຍົກລັດຖະມົນຕີ ກາຕາ Mohammed Al Thani ເພື່ອເຮັດແຈ້ງກ່ຽວກັບຂໍ້ສະເໜີຢຸດຍິງ ແລະ ແລກປ່ຽນຕົວປະກັນໃໝ່ເຊິ່ງກຳລັງ ຮາມາດ ສົ່ງເຖິງບັນດາຄົນກາງໄກເກ່ຍສາກົນໃນຕອນຄ່ຳວັນທີ 03 ກໍລະກົດ.

ຕອບກັບ

ຂ່າວ/ບົດ​ອື່ນ