ອິດສະຣາແອນກໍ່ສ້າງຮົ້ວປ້ອງກັນຄວາມສະຫງົບຢູ່ລຽບຕາມຊາຍແດນຕິດກັບຈໍແດນ

ອິດສະຣາແອນກໍ່ສ້າງຮົ້ວປ້ອງກັນຄວາມສະຫງົບຢູ່ລຽບຕາມຊາຍແດນຕິດກັບຈໍແດນ - ảnh 1
ອິດສະຣາແອນກໍ່ສ້າງຮົ້ວປ້ອງກັນຄວາມສະຫງົບ
ພາບ:vietbao.vn

 (vovworld)- ​ວັນ​ທີ 29/6, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິດ​ສະ​ຣາ​ແອນ Benjamin Netanyahu ໃຫ້​ຮູ້​ວ່າ: ກາ​ນ​ນຳ​ອົງ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ປະ​ເທດນີ້ ໄດ້​ໃຫ້​ສັດ​ຕະ​ຍາ​ບັນ​ແຜນ​ການກໍ່​ສ້າງ​ຮົ້ວ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ່​ລຽບ​ຕາມ​ຊາຍ​ແດນ​ຕິດ​ກັບ ຈໍ​ແດນ. ຕາມ​ແຜນ​ການ​ແລ້ວ, ຮົ້ວ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຈະ​ມີ​ຄວາມ​ຍາວ​ເຖິງ 30 ກິ​ໂລ​ແມັດ ເລີ່ມ​ຈາກ​ນະ​ຄອນ Eilat ຢູ່​ຂົ້ວ​ໃຕ້​ຂອງ ອິ​ດ​ສະ​ຣາ​ແອນ ເຖິງ​ສະ​ຖານ​ທີ່​ກະ​ກຽມ​ການກໍ່​ສ້າງ​ສະ​ຫນາມ​ບິນ​ແຫ່ງ​ໃຫມ່ ທີ່​ຫ່າງ​ຈາກ Eilat 19 ກິ​ໂລ​ແມັດ ທາງ​ທິດ​ເຫນືອ. ແຈ້ງ​ການ​ຂອງ ຫ້ອງວ່າ​ການ​ນາ​ຍົກ​ລັດ​ຖະ​ມົນ​ຕີ Netanyahu ຊີ້​ແຈ້ງວ່າ: ແຜນ​ການ​ດັ່ງ​ກ່າວ​ໄດ້​ຮັບ​ການ​ປະ​ຕິ​ບັດ ດ້ວຍ​ການ​ສົມ​ທົບ​ຂອງ​ອຳ​ນາດ​ການ​ປົກ​ຄອງ ຈໍ​ແດ​ນ ແລະ ຮົ້ວ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ນີ້​ຈະ​ນອນ​ໃນ​ເຂດ​ດິນ​ແດນ​ຂອງ ອິດ​ສະ​ຣາ​ແອນ, ບໍ່​ລ່ວງ​ລະ​ເມີດ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ​ກໍ​ຄື​ບັນ​ດາ​ຜົນ​ປະ​ໂຫຍດ​ຂອງ ຈໍ​ແດນ.

 

 

ຂ່າວ/ບົດ​ອື່ນ