ອິດສະຣາແອັນຄັດຄ້ານບົດກ່າວປາໄສຂອງເອກອັກຄະລັດຖະທູດ EU ກ່ຽວກັບຮ່າງກົດໝາຍວ່າດ້ວຍລັດຊາວຢິວ

(VOVWORLD) -ວັນທີ 12 ກໍລະກົດ, ອິດສະຣາແອັນ ແຈ້ງວ່າ, ຈະຮຽກຕົວເອກອັກຄະລັດຖະທູດຂອງສະຫະພາບເອີລົບ (EU) ປະຈຳປະເທດນີ້ມາເພື່ອຄັດຄ້ານບັນດາຄຳຕຳໜິຕິຕຽນແນໃສ່ຮ່າງກົດໝາຍຢັ້ງຢືນອິດສະຣາແອັນ ແມ່ນ “ປະເທດຊາວຢິວ”, ເປີດຊ່ອງທາງໃຫ້ແກ່ການສ້າງຕັ້ງບັນດາປະຊາຄົມມີພຽງມີແຕ່ຊາວຢິວ.

ໃນແຈ້ງການຫຼ້າສຸດທີ່ຫາກໍ່ຍົກອອກມາ, ຫົວໜ້າຫ້ອງວ່າການນາຍົກລັດຖະມົນຕີອິດສະຣາແອັນ Benjamin Netanyahu ໃຫ້ຮູ້ວ່າ, ການນຳດັ່ງກ່າວໄດ້ຮຽກຮ້ອງໃຫ້ກະຊວງການຕ່າງປະເທດອິດສະຣາແອັນ “ຕິຕຽນ” ທ່ານເອກອັກຄະລັດຖະທູດ EU ປະຈຳອິດສະຣາແອັນ Emanuele Giaufret ຍ້ອນບັນດາຄຳກ່າວປາໄສຂອງທ່ານນີ້, ພ້ອມກັງກ່າວເຕືອນວ່າ “ບັນດາບາດກ້າວເດີນອື່ນ” ໄດ້ສ້າງແຜນການແລ້ວ.

        ການກະທຳດັ່ງກ່າວກ່ຽວຂ້ອງເຖິງຮ່າງກົດໝາຍໄດ້ກໍ່ຄວາມໂຕ້ຖຽງກັນ, ໃນນັ້ນຢັ້ງຢືນວ່າ ອິດສະຣາແອັນ ຄືດັ່ງປະເທດຊາວຢິວ ແລະ ອະນຸຍາດໃຫ້ສ້າງຕັ້ງບັນດາປະຊາຊົນພຽງມີແຕ່ຊາວຢິວ ເທົ່ານັ້ນ. ທ່ານນາຍົກລັດຖະມົນຕີ Netanyahu ຢາກຮັບຮອງເອົາຮ່າງກົດໝາຍດັ່ງກ່າວໃນທ້າຍເດືອນກໍລະກົດ.

ຕອບກັບ

ຂ່າວ/ບົດ​ອື່ນ