ອິດສະຣາແອນຜັນຂະຫຍາຍກຳລັງຢູ່ໜ້າດິນໄປຍັງເຂດGaza

ອິດສະຣາແອນຜັນຂະຫຍາຍກຳລັງຢູ່ໜ້າດິນໄປຍັງເຂດGaza - ảnh 1
ທະຫານອິດສະຣາແອນ ໄດ້ຜັນຂະຫຍາຍໃກ້ກັບເຂດຊາຍແດນກັບເຂດ Gaza ໃນວັນທີ 12/7
(ພາບ: AFP/TTXVN)

(vovworld) - ວັນ​ທີ 13/7, ມີ​ກຳລັງ​ພິ​ເສດ​ຂອງ​ທະຫານ​ເຮ​ືອກອງ​ໜຶ່ງ ອິ​ດສະຣາ​ແອນ ​ໄດ​້​​ເຂົ້າ​ເຂດ Gaza ​ໃນ​ເຫດ​ບຸກ​ໂຈມ​ຕີ​ຢູ່​ໜ້າດິນ​ຄັ້ງ​ທຳ​ອິດ​ເລັ່ງ​ໃສ່​ເຂດ​ດິນ​ແດນ​ນີ້, ​ໂດຍ​ບໍ່​ຫົວຊາ​ຕໍ່​ບັນດາ​ຄຳ​ຮຽກຮ້ອງ​ຢຸດ​ຍິງ​ຢູ່​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ​ກ່ອນ​ນັ້ນພຽງ 2, 3 ຊົ່ວ​ໂມງ. ​ໂຄສົກ​ກອງທັບ ອິດສະຣາ​ແອນ ​ໄດ້​ຍອມຮັບ​​​ແຫຼ່ງຂ່າວດັ່ງກ່າວ ​ແລະ ​ໃຫ້​ຮູ້​ວ່າ: ສະຖານ​ທີ່​ເຊິ່ງກຳລັງ​ພິ​ເສດ​ຂອງບຸກ​ເຂົ້າ​ແມ່ນ​ບ່ອນ​ທີ່​ຂະ​ບວນການ Hamas ​ຂອງ ປາ​ແລດ​ສະຕີ​ນ ດຳ​ເນີນ​ບັນດາ​ການ​ຍິງລູກ​ຈະ​ຫຼວ​ດ​ໄລຍະ​ສັ້ນ​ແນ່​ໃສ່​ສາມັນ​ຊົນ​ອິດສະຣາ​ແອນ, ​ໄດ້​ເກີ​ດການ​ຍິງ​ປືນ​ຄັ້ງ​ຕ່າງໆ​ເຮັດ​ໃຫ້​ທະຫານ ອິດສະ​ຣາ​ແອນ ຖືກ​ຮັບ​ບາດ​ເຈັບ, ​ແຕ່​ກຳລັງ​ທະຫານ​ທັງ​ໝົດ​ໄດ້ກັບ​ເມືອ​ດ້ວຍ​ຄວາມ​ປອດ​ໄພ. ນີ້​ແມ່ນ​ຄັ້ງ​ທຳ​ອິ​ດກອງທັບ ອິ​ດສະ​ຣາ​ແອນ ຍອ​ມຮັບ​​ໄດ້​ບຸກ​ເຂົ້າ​ເຂດ Gaza ນັບ​ແຕ່​ເມື່ອ​ປະ​ເທ​ດນີ້​ເປີດ​ບັ້ນ​ຮົບ​ບຸກ​ໂຈມ​ຕີ​ໂຕ້​ຕອບ​ທີ່​ມີ​ຊື່​ເອີ້​ນວ່າ: “ປົກ​ປັກ​ຮັກສາ​ຊາຍ​ແດນ” ​​ແນ​ໃສ່​ຂະ​ບວນການ Hamas.


ຂ່າວ/ບົດ​ອື່ນ