ອິດສະຣາແອນຢຸດຍິງ4ຊົ່ວໂມງຢູ່ເຂດກາຊາ

ອິດສະຣາແອນຢຸດຍິງ4ຊົ່ວໂມງຢູ່ເຂດກາຊາ - ảnh 1
ສະຖານທີ່ຢູ່ເຂດ ກາຊາ ເມື່ອ ອິດສະຣາແອນດຳເນີນການບຸກໂຈມຕີທາງອາກາດ
(ພາບ: AFP-TTXVN)

(vovworld) – ​ຕາມ​ສຳນັກ​ຂ່າວສານ ຊີ​ນຮວາ ​ແລ້ວ, ກອງທັບ​ອິດສະຣາ​ແອນ (IDF) ຖະ​ແຫຼ​ງປະຕິບັດ​ຄຳ​ສັ່ງ​ຢຸດ​ຍິງ​ມະນຸດສະທຳ​ໃນ​ເວລາ 4 ຊົ່ວ​ໂມງ, ​ເລີ່​ມ​ແຕ່​​ເວລາ 15 – 19 ​ໂມງ​ (ຕາມ​ເວລາ​ທ້ອງ​ຖີ່​ນ) ​ວັນ​ທີ 30/7, ຢູ່​ບັນດາ​ເຂດ “ບໍ່​ປະ​ທະ​ກັນ” ​ໃນ​ເຂດ ກາຊາ. ຖະ​ແຫຼ​ງການ​ຂອງ IDF ຊີ້​ແຈ້ງວ່າ: ຄຳ​ສັ່ງ​ຢຸດ​ຍິງ​ນີ້​ຈະ​ບໍ່​ນຳ​ໃຊ້​ສຳລັບ​ບັນດາ​​ເຂດມີ​​ທະຫານ ອິດສະຣາ​ແອນ ພວມ​ເຄື່ອນ​ໄຫວ. ຕາມບັນດາ​ພາຫະນະ​ສື່​ມວນ​ຊົນ ອິດສະຣາ​ແອນ​ແລ້ວ, ​ໃນ​ຈຳນວນ​​ເຂດ​ນີ້​ມີ Beit Hanun ຢູ່​ພາກ​ເໜືອ​ເຂດ ກາຊາ, ພາກ​ຕາ​ເວັນ​ອອກ​ເຂດ Shejayia, ພາກ​ຕາ​ເວັນ​ອອກ​ເທດສະບານ Khan Younes ​ແລະ Rafah. ນອກຈາກ​ນັ້ນ, IDF ກໍ່​ກ່າວ​ເຕືອນ​ປະຊາຊົນ​ບໍ່​ໄດ້​ກັບ​ຄືນ​ເຂດ​ເຊິ່ງ​ເຂົາ​ເຈົ້າ​ໄດ້​ຮຽກຮ້ອງ​ຕ້ອງ​ຍົກຍ້າຍ​ແລ້ວ.


ຂ່າວ/ບົດ​ອື່ນ