ອິດສະຣາແອັນເຈລະຈາກັບຫຼາຍປະເທດອາຣັບກ່ຽວກັບການຫັນການພົວພັນເປັນປົກກະຕິ

(VOVWORLD) -ວັນທີ 13 ສິງຫາ ຜ່ານມາ, ອິດສະຣາແອັນ ແລະ UAE ບັນລຸໄດ້ຂໍ້ຕົກລົງປະຫວັດສາດກ່ຽວກັບການຫັນການພົວພັນເປັນປົກກະຕິ

ອິດສະຣາແອັນເຈລະຈາກັບຫຼາຍປະເທດອາຣັບກ່ຽວກັບການຫັນການພົວພັນເປັນປົກກະຕິ - ảnh 1 ທ່ານນາຍົກລັດຖະມົນຕີອິດສະຣາແອັນ Benjamin Netanyahu

(ພາບ: AFP/TTXVN)

ວັນທີ 30 ສິງຫາ, ທ່ານນາຍົກລັດຖະມົນຕີອິດສະຣາແອັນ Benjamin Netanyahu ໃຫ້ຮູ້ວ່າ, ນອກຈາກຂໍ້ຕົກລົງທີ່ບັນລຸໄດ້ກັບບັນດາປະເທດສະຫະລັດອາຣັບເອັມມີເຣດ (UAE), ໂດຍອາເມລິກາ ເປັນຄົນກາງໄກ່ເກຍແລ້ວ, ອິດສະຣາແອັນ ກໍ່ພວມເຈລະຈາລັບກັບບາງປະເທດອາຣັບ ກ່ຽວກັບການສ້າງຕັ້ງການພົວພັນ. ຕາມນັ້ນແລ້ວ, ລັດຖະບານອິດສະຣາແອັນ ກໍ່ໄດ້ດຳເນີນການພົບປະກັບການນຳບັນດາປະເທດອາຣັບ ແລະ ອິດສະລາມ ເປັນຫຼາຍຄັ້ງທີ່ຍັງບໍ່ທັນໄດ້ປະກາດເທື່ອ ເພື່ອປຶກສາຫາລືກ່ຽວກັບບັນຫາຫັນການພົວພັນເປັນປົກກະຕິ.

        ວັນທີ 13 ສິງຫາ ຜ່ານມາ, ອິດສະຣາແອັນ ແລະ UAE ບັນລຸໄດ້ຂໍ້ຕົກລົງປະຫວັດສາດກ່ຽວກັບການຫັນການພົວພັນເປັນປົກກະຕິ, ນຳ UAE ກາຍເປັນປະເທດທຳອິດຢູ່ເຂດອ່າວເປີເຊຍ ແລະ ແມ່ນປະເທດອາຣັບ ທີ 3 ທີ່ສ້າງຕັ້ງການພົວພັນກັບອິດສະຣາແອັນ, ຖັດຈາກອີຢິບ ທີ່ລົງນາມເມື່ອປີ 1979 ແລະ ຈໍແດນ ເມື່ອປີ 1994.

ຕອບກັບ

ຂ່າວ/ບົດ​ອື່ນ