ອິດສະຣາແອນເລີ່ມດຳເນີນບັ້ນບຸກໂຈມຕີທາງບົກເຂົ້າເຂດກາຊາ

ອິດສະຣາແອນເລີ່ມດຳເນີນບັ້ນບຸກໂຈມຕີທາງບົກເຂົ້າເຂດກາຊາ - ảnh 1
ເຂດ ກາຊາ ພາຍຫຼັງການບຸກໂຈມຕີຂອງ ອິດສະຣາແອນ
(ພາບ:dantri.com.vn)

(vovworld) - ວັນ​ທີ 17/7, ທ່ານ​ນາຍົກລັດຖະມົນຕີ ອິດສະຣາ​ແອນ Benjamin Netanyahu ​ໄດ້​ອອກ​ຄຳ​ສັ່ງ​ໃຫ້​ກອງ​ທັບ​ປະ​ເທດ​ນີ້​ເລີ່​ມດຳ​ເນີນ​ບັ້ນ​ບຸກ​ໂຈມ​ຕີ​ທາງບົກ​ເຂົ້າ​ເຂດ ກາຊາ. ​ໃນ​ແຈ້ງ​ການ​ຂອງ​ກອງທັບ ອິດ​ສະຣາ​ແອນ ກໍ່​ໃຫ້​ຮູ້​ວ່າ: ບັ້ນ​ບຸກ​ໂຈມ​ຕີ​ທາງບົກ​ເຂົ້າ​ເຂດ ກາຊາ ຈະ​ປຸກລະດົມ​ບັນດາ​ກົມ​ກອງ​ທະຫານ​ບົກ, ລົດ​ຫຸ້ມ​ເກາະ, ປືນ​ໃຫຍ່.​​.​.​ພາຍ​ໃຕ້​ການ​ຄຸ້ມກັນ​ຂອງ​ກອງທັບ​ອາກາດ ​ແລະ ກອງທັບເຮືອ. ການ​ປະ​ທະ​ກັນ​ໄດ້​ເກີດ​ຂຶ້ນ​ໃນ​ວັນ​ທີ 17/7 ລະ​ຫວ່າງ ອິດສະຣາ​ແອນ ​ແລະ ກຳລັງ​ຂະ​ບວນການອິດສະ​ລາມ ຮາ​ມາດ ພາຍຫຼັງ​ຄຳ​ສັ່ງ​ຢຸດ​ຍິງ​ທີ່​ແກ່ຍາວ​ເປັນ​ເວລາ​ພຽງ 5 ຊົ່ວ​ໂມງຂອງ ສະຫະ​ປະຊາ​ຊາດ ຖືກ​ຢຸກຕິ​ລົງ. ກອງທັບ ອິດສະຣາ​ແອນ ​ໃຫ້​ຮູ້​ວ່າ: ມີ​ລູກ​ຈະ​ຫຼວ​ດຫຼາຍ​ລູກ​ໄດ້​ຍິງ​ຈາກ​ເຂດ ກາຊາ ​ໃສ່ ​ແຕນ​ອາ​ວີ​ດ ​ແລະ 2 ນະຄອນ​ທາງ​ທິດ​ໃຕ້ ​ແມ່ນ Beersheha ​ແລະ Ashkelon. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ປະຈຸ​ບັນ​ຍັງ​ບໍ່​ທັນ​ມີ​ແຫຼ່ງຂ່າວ​ກ່ຽວ​ກັບຈຳ​ນວນ​ຜູ້​ເສ​ຍຊີວິດ ​ແລະ ຮັບ​ບາດ​ເຈັບຍ້ອນ​ການ​ຍິງ​ລູກ​ຈະ​ຫຼວດກໍ່​ຂຶ້ນ. ຫຼັງ​ຈາກ​ນັ້ນ, ຝ່າຍ ອິດສະ​ຮາ​ແອນ ​ໄດ້​ໂຕ້​ຕອບ​ໃນ​ທັນທີ​ດ້ວຍ​ບັນດາ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ເຂົ້າ​ເຂດ​ດິນ​ແດນ ປາ​ແລດ​ສະຕີ​ນ.


ຂ່າວ/ບົດ​ອື່ນ