ອິດສະຣາແອນໄດ້ຈັດການຊ້ອມຮົບຄັ້ງໃຫຍ່ໂດຍບັງເອີນ

ອິດສະຣາແອນໄດ້ຈັດການຊ້ອມຮົບຄັ້ງໃຫຍ່ໂດຍບັງເອີນ - ảnh 1
(ພາບປະກອບ: THX)

​​(vovworld) - ວັນ​ທີ 27/07, ບັນດາ​ເຈົ້າ​ໜ້າ​ທີ່​ອິດສຣາ​ແອ​ນ ​ໃຫ້​ຮູ້​ວ່າ, ກອງທັບ​ປະ​ເທດ​ນີ້​ໄດ້​ສົ່ງ​ທະຫານ​ສຳຮອງ​ນັບ​ແສ​ນ​ຄົນ​ເຂົ້າ​ຮ່ວມ​ການ​ຊ້ອມຮົບ​ທີ່​​ແກ່ຍາວ​ເປັນ​ເວລາ 3 ວັນ, ​ໂດຍ​ບໍ່​ແຈ້ງ​ກ່ອນ. ​ໃນ​ຂອບ​ເຂດ​ກາ​ນຊ້ອມ​ຮົບ​ຂອງ​ກອງ​ເສນາ​ທິການ​ໃຫຍ່​ອິດສຣາ​ແອນ ນີ້, ບັນ​ດາ​ພົນທະຫາ​ນສຳຮອງ​ຈະ​ໄດ້​ຮັບ​ຂໍ້​ມູນ​ທາງ​ໂທລະສັບ​ເພື່ອ​ກວດກາ​ລະບົບ​ເຄື່ອນ​ຍ້າຍ​ໄດ້​ເຄື່ອນ​ໄຫວ​ຫຼື​ບໍ່. ສຸມ​ໃສ່​ເຂ​ົ້າທາງ​ພາກ​ໃຕ​້ ​ແລະ ພາກ​ເໜືອ​ອິດສຣາ​ແອນ, ການ​ຊ້ອມ​ຮົບ​ດັ່ງກ່າວ​ອີງຕາມ​ຮູບ​ແບບ​ການ​ບຸກ​ໂຈມ​ຕີ​ດ້ວຍລູກ​ຈະ​ຫຼວດ ​ເລີ່​ມ​​ແຕ່​ເຂດ​ກາຊາ ​ແລະ ​ເຂດ​ຊາຍ​ແດນ​ທາງ​ທິດ​ເໜືອ​ຂອງ​ອິດສຣາ​ແອນ. ​ໃນ​​ການຊ້ອມ​ຮົບຄັ້ງ​ນີ້​, ກຳລັງ​ກອງທັບ​ອາກາດ ອິສຣາ​ແອນ ຖື​ຈັດ​​ໃນ​ສະພາ​ວະ​ສຸກ​ເສີນ ​ແລະ ປະຕິບັດ​ບັນດາ​ສະພາ​ວະ​ສຸກ​ເສີນ, ​ແກ້​ໄຂ​ບັນ​​ດາ​ຂໍ້​ມູນ​ສືບລາຊະການ​ລັບ ​ແລະ ຜັນ​ຂະຫຍາ​ຍການ​ບຸກ​ໂຈມ​ຕີ​ທາງ​ອາກາດ. ກອງທັບ​ເຮືອ​ອິດສຣາ​ແອນ ກໍ​ຈະ​ເຂົ້າ​ຮ່ວມການ​ຊ້ອມ​ຮົບ​ເພື່ອ​ກວ​ດກາ​ຄື​ນລະ​ບົບພື້ນຖານ​ໂຄງ​ລ່າງ ​ແລະ ​ເປັນ​ຄັ້ງ​ທຳ​ອິດ​ຕີ​ລາຄາ​ຄວາມ​ສາມາດ​ປ້ອງ​ກັນ​ເຄືອ​ຂ້າ​ຍອີ​ນ​ເຕີ​ແນດ ຈະ​ແມ່ນ​ພາກສ່ວນ​ໜຶ່ງ​​ໃນການ​ຊ້ອມ​ຮົບ​ຄັ້ງ​ນີ້.

ຂ່າວ/ບົດ​ອື່ນ