ອິດ​ສະ​ລາ​ແອັນ ຄາດ​ວ່າ​ຈະ​ລົງ​ນາມ​​ໃນບັນ​ດາ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ ກັບ​ບັນ​ດາ​ປະ​ເທດ ອາ​ຣັບ​ບິ​

(VOVWORLD) - ໃນວັນທີ 16 ສິງຫາ, ທ່ານ Benjamin Netanyahu ນາຍົກລັດຖະມົນຕີອິດສະລາແອັນ ປະກາດຄວາມອາດສາມາດໃນການລົງນາມຂໍ້ຕົກລົງສັນຕິພາບ ກັບບັນດາປະເທດ ອາຣັບບິ ພາຍຫຼັງ ຂໍ້ຕົກລົງທີ່ໄດ້ປະກາດເມື່ອອາທິດກ່ອນກັບສະຫະລັດອາຣັບ ອາມິເຣດ (UAE). 
ອິດ​ສະ​ລາ​ແອັນ ຄາດ​ວ່າ​ຈະ​ລົງ​ນາມ​​ໃນບັນ​ດາ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ ກັບ​ບັນ​ດາ​ປະ​ເທດ ອາ​ຣັບ​ບິ​ - ảnh 1

ທ່ານປະທານາທິບໍດີ ອາເມລິກາ Trump ປະກາດຫັນການພົວພັນລະຫວ່າງ ອິດສະລາແອັນ ແລະ UAE ເປັນປົກກະຕິ ຢູ່ທຳນຽບຂາວ ໃນວັນທີ 13 ສິງຫາ (ພາບ: Whitehouse.gov)

ທ່ານ Benjamin Netanyahu ໄດ້ສະແດງຄວາມຫວັງກ່ຽວກັບອະນາຄົດທີ່ວັດທະນາຖາວອນໃຫ້ແກ່ອິດສະລາແອັນ ກັບບັນດາປະເທດບ້ານໃກ້ເຮືອນຄຽງ ອາຣັບ ແລະ ເວົ້າວ່າ ຂໍ້ຕົກລົງກັບ UAE ແມ່ນຂໍ້ຕົກລົງທຳອິດຂອງຮູບການນີ້ ກັບປະເທດໜຶ່ງຢູ່ເຂດອ່າວເປີເຊຍ ກໍ່ຄືເປີດກ້ວາງອະນາຄົດທີ່ສົດໃສໃຫ້ແກ່ສັນຕິພາບ, ຄວາມໝັ້ນຄົງ ແລະ ວັດທະນາຖາວອນ.

        ຂໍ້ຕົກລົງ UAE ແລະ ອິດສະລາແອັນ ນີ້ໄດ້ຮັບຄວາມຊົມເຊີຍຈາກບັນດາປະເທດ ອາຣັບ ແລະ ສາກົນ ພ້ອມທັງຖືນີ້ແມ່ນການເລີ່ມຕົ້ນທີ່ເປັນໜ້າຊື່ນຊົມສຳລັບສັນຕິພາບ ແລະ ຢຸດຕິບັນດາສະພາບການປະທະກັນ, ສົ່ງເສີມການເຕີບໂຕດ້ານເສດຖະກິດ ແລະ ປັບປຸງສາຍພົວພັນລະຫວ່າງບັນດາ ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ