ອິດສະລາແອັນ: ທ່ານນາຍົກລັດຖະມົນຕີ Netanyahu ໄດ້ຮັບການມອບສິດສ້າງຕັ້ງລັດຖະບານຄືນໃໝ່

(VOVWORLD) - ວັນທີ 25 ກັນຍາ, ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ອາຍຸ 69 ປີ ແລະ ແມ່ນການນຳທີ່ດຳລົງຕຳແໜ່ງດົນທີ່ສຸດຂອງ ອິດສະລາແອັນ, ທ່ານ Netanyahu ໄດ້ຮັບການມອບສິດໃຫ້ສ້າງຕັ້ງລັດຖະບານຄືນໃໝ່ຈາກທ່ານປະທານາທິບໍດີປະເທດນີ້ Reuven Rivlin ພາຍຫລັງສະຖານະການຈົນຕາແຈຜ່ານມາ. 

ອິດສະລາແອັນ: ທ່ານນາຍົກລັດຖະມົນຕີ Netanyahu ໄດ້ຮັບການມອບສິດສ້າງຕັ້ງລັດຖະບານຄືນໃໝ່ - ảnh 1 ທ່ານ Netanyahu  (ພາບ: Reuters)

ຖະແຫຼງການຂອງທຳນຽບປະທານາທິບໍດີ ອິດສະລາແອັນ ໄດ້ຍົກອອກມາພາຍຫລັງການພົບປະ 3 ຝ່າຍລະຫວ່າງທ່ານປະທານາທິບໍດີ Rivlin, ທ່ານ Netanyahu  ແລະ ທ່ານ Benny Gantz, ການນຳພັກຂຽວ - ຂາວ. ຕາມນັ້ນແລ້ວ, ທ່ານ Netanyahu  ຈະມີເວລາ 28 ວັນ ເພື່ອສ້າງຕັ້ງລັດຖະບານໃໝ່ ແລະ ສາມາດຕໍ່ກຳນົດເວລາຕື່ມອີກ 2 ອາທິດ ຖ້າຫາກມີຄວາມຈຳເປັນ. ໃນກໍລະນີ ທຸກຄວາມມານະພະຍາຍາມຂອງທ່ານ Netanyahu ຍັງບໍ່ສຳເລັດ ທ່ານປະທານາທິບໍດີ Rivlin ສາມາດມອບໜ້າທີ່ນີ້ໃຫ້ຜູ້ອື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ