ອິດສະລາແອນ ບຸກໂຈມຕີ ບັນດາຖານທີ່ໝັ້ນການທະຫານຂອງຂະບວນການ Hamas

(VOVWORLD) - ບັນດາການເຄື່ອນໄຫວຕ້ານຄືນ ອິດສະລາແອັນ ທັງໝົດນັ້ນ ລ້ວນແຕ່ໄດ້ຮັບຖືວ່າ ແມ່ນ “ຮ້າຍແຮງ” ແລະ ກອງທັບ ອິດສະລາແອັນ ຈະສືບຕໍ່ມີການກະທຳຕ້ານຕືນ “ພວກທີ່ກໍ່ຜົນເສຍຫາຍ” ໃຫ້ປະຊາຊົນປະເທດນີ້.
ອິດສະລາແອນ ບຸກໂຈມຕີ ບັນດາຖານທີ່ໝັ້ນການທະຫານຂອງຂະບວນການ Hamas - ảnh 1 ເຮືອບິນສູ້ຮົບ F-35 ຂອງກອງທັບ ອິດສະລາແອັນ (ພາບ: National Interest/VOV)

  ຕອນເຊົ້າວັນທີ 16 ສິງຫາ, ບັນດາເຮືອບິນສູ້ຮົບຂອງ ອິດສະລາແອັນ ໄດ້ບຸກໂຈມຕີບາງຖານທີ່ໝັ້ນການທະຫານຂອງຂະບວນການອິດສະລາມ Hamas ຢູ່ເຂດ ກາຊາ ພາຍຫລັງຂະບວນການດັ່ງກ່າວ ສືບຕໍ່ປ່ອຍໝາກປູມເປົ້າບັນຈຸທາດໄຟໄໝ້ເຂົ້າຜືນແຜ່ນດິນ ອິດສະລາແອັນ. ຕາມແຫຼ່ງຂ່າວຈາກຂະບວນການ Hamas ໃຫ້ຮູ້ວ່າ ບັນດາເຮືອບິນສູ້ຮົບຂອງ ອິດສະລາແອັນ ໄດ້ຍິງລູກສອນໄຟຫລາຍລູກໃສ່ບັນດາຖານທີ່ໝັ້ນ ແລະ ພື້ນຖານໂຄງລ່າງຂອງກອງພົນນ້ອຍ al-Qassam ຂອງ Hamas.

ຝ່າຍກອງທັບ ອິດສະລາແອັນ ກໍ່ຢັ້ງຢືນວ່າ ໄດ້ດຳເນີນບັນດາການບຸກໂຈມຕີທາງອາກາດແນໃສ່ Hamas. ຕາມໂຄສົກຂອງກອງທັບ ອິດສະລາແອັນ ແລ້ວ, ບັນດາການເຄື່ອນໄຫວຕ້ານຄືນ ອິດສະລາແອັນ ທັງໝົດນັ້ນ ລ້ວນແຕ່ໄດ້ຮັບຖືວ່າ ແມ່ນ “ຮ້າຍແຮງ” ແລະ ກອງທັບ ອິດສະລາແອັນ ຈະສືບຕໍ່ມີການກະທຳຕ້ານຕືນ “ພວກທີ່ກໍ່ຜົນເສຍຫາຍ” ໃຫ້ປະຊາຊົນປະເທດນີ້.

ຕອບກັບ

ຂ່າວ/ບົດ​ອື່ນ