ອິດສະລາແອັນ ບຸກໂຈມຕີທາງອາກາດໃສ່ບັນດາເປົ້າໝາຍຢູ່ ຊີຣີ

(VOVWORLD) - ຕອນຄ່ຳວັນທີ 30 ມິຖຸນາ, ໂທລະພາບແຫ່ງຊາດ ຊີຣີ ໄດ້ໃຫ້ຂ່າວວ່າ ບັນດາລະບົບປ້ອງກັນອາກາດຂອງປະເທດນີ້

 ໄດ້ເຄື່ອນໄຫວເພື່ອຕ້ານຄືນການບຸກໂຈມຕີຄັ້ງໃໝ່ ດ້ວຍລູກສອນໄຟຂອງ ອິດສະລາແອັນ ທີ່ແນໃສ່ບັນດາເປົ້າໝາຍການທະຫານຢູ່ອ້ອມຂ້າງນະຄອນຫລວງ Damascus ແລະ ແຂວງ Homs.

ອິດສະລາແອັນ ບຸກໂຈມຕີທາງອາກາດໃສ່ບັນດາເປົ້າໝາຍຢູ່ ຊີຣີ - ảnh 1ອິດສະລາແອັນ ບຸກໂຈມຕີທາງອາກາດໃສ່ບັນດາເປົ້າໝາຍຢູ່ ຊີຣີ (ພາບປະກອບ/ AFP/TTXVN)

ບັນດາລະບົບປ້ອງກັນອາກາດຢູ່ນະຄອນຫລວງ Damascus ໄດ້ຍິງສະກັດກັ້ນລູກສອນໄຟ 6 ລູກສຳເລັດ. ສ່ວນຢູ່ແຂວງ Homs, ບັນດາລະບົບປ້ອງກັນດັ່ງກ່າວກໍ່ໄດ້ຮັບການຜັນຂະຫຍາຍ. ເຫດບຸກໂຈມຕີລູກສອນໄຟໄດ້ຮັບການປະຕິບັດໂດຍບັນດາເຮືອບິນສູ້ຮົບຂອງ ອິດສະລາແອັນ.

ຕອບກັບ

ຂ່າວ/ບົດ​ອື່ນ