ອິດ​ສະ​ລາ​ແອັນ ບຸກ​ໂຈມ​ຕີ​ໂຮງ​ຮຽນ ຢູ່​ເຂດ ກາ​ຊາ - ປະ​ຕິ​ກິ​ລະ​ຍາ​ຂອງ​ປະ​ຊາ​ຄົມ​ສາ​ກົນ

(VOVWORLD) - ທ່ານ Stephane Dujarric ໂຄສົກຂອງເລຂາທິການໃຫຍ່ ສປຊ ໃຫ້ຮູ້ວ່າ ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ຕຳໜິຕິຕຽນ ການບຸກໂຈມຕີຂອງອິດສະລາແອັນ, ພ້ອມທັງຢັ້ງຢືນວ່າ “ຕ້ອງມີຄົນຮັບຜິດຊອບກ່ຽວກັບບັນດາບັນຫາທີ່ເກີດຂຶ້ນຢູ່ເຂດ ກາຊາ”. 
ອິດ​ສະ​ລາ​ແອັນ ບຸກ​ໂຈມ​ຕີ​ໂຮງ​ຮຽນ ຢູ່​ເຂດ ກາ​ຊາ - ປະ​ຕິ​ກິ​ລະ​ຍາ​ຂອງ​ປະ​ຊາ​ຄົມ​ສາ​ກົນ - ảnh 1ພາບປະກອບ: THX/TTXVN

ວັນທີ 6 ມິຖຸນາ, ມີ 40 ຄົນໄດ້ເສຍຊີວິດ ແລະ 73 ຄົນຖືກບາດເຈັບໃນເຫດບຸກໂຈມຕີ ຂອງອິດສະລາແອັນ ເລັ່ງໃສ່ໂຮງຮຽນ Nuseirat ໂດຍ ສປຊ ບໍລິຫານ. ໃນຈຳນວນຜູ້ເສຍຊີວິດມີ ເດັກນ້ອຍ 14 ຄົນ ແລະ ແມ່ຍິງ 9 ຄົນ. ອະທິດບາຍກ່ຽວກັບການບຸກໂຈມຕີນີ້, ຝ່າຍອິດສະລາແອັນ ຖືວ່າ ນີ້ແມ່ນ “ອົງການໜຶ່ງຂອງ ຮາມາດສ”, ມີນັກຮົບ ຮາມາດສ ປະມານ 20 - 30 ຄົນພວມລີ້ຊ່ອນຕົວ.

ໃນວັນດຽວກັນ, ທ່ານ Stephane Dujarric ໂຄສົກຂອງເລຂາທິການໃຫຍ່ ສປຊ ໃຫ້ຮູ້ວ່າ ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ຕຳໜິຕິຕຽນ ການບຸກໂຈມຕີຂອງອິດສະລາແອັນ, ພ້ອມທັງຢັ້ງຢືນວ່າ “ຕ້ອງມີຄົນຮັບຜິດຊອບກ່ຽວກັບບັນດາບັນຫາທີ່ເກີດຂຶ້ນຢູ່ເຂດ ກາຊາ”. ທ່ານ Dujarric ເນັ້ນໜັກວ່າ ບັນດາຮາກຖານຂອງ ສປຊ ແມ່ນ “ບໍ່ສາມາດລ່ວງລ້ຳໄດ, ບໍ່ວ່າໃນການປະທະກັນປະກອບອາວຸດ ແລະ ຕ້ອງໄດ້ຮັບການປົກປ້ອງຈາກທຸກຝ່າຍ”.

ໃນເຫດການທີ່ກ່ຽວຂ້ອງ, ອາເມລິກາ, ອັງກິດ, ການາດາ, ເຢຍລະມັນ ແລະ ປະເທດຈຳນວນໜຶ່ງ ໄດ້ອອກຖະແຫຼງການຮ່ວມ ຮຽກຮ້ອງໃຫ້ອິດສະລາແອັນ ແລະ ຮາມາດສ ຍອມຮັບຂໍ້ສະເໜີໂດຍທ່ານປະທານາທາບໍດີ ອາເມລິກາ Joe Biden ປະກາດໃນວັນທີ 31 ພຶດສະພາ ກ່ຽວກັບຄຳສັ່ງຢຸດຍິງແບບຍືນຍົງ ຢູ່ກາຊາ. ຕາມຂໍ້ມູນຈາກທຳນຽບຂາວແລ້ວ, ຖະແຫຼງການຮ່ວມມີການເຂົ້າຮ່ວມຂອງບັນດາປະເທດ ອາກຊັງຕິນ, ໂອຕາລິກ, ບຣາຊິນ, ບູນກາຣີ, ໂກລົມເບຍ, ແດນມາກ, ຝລັ່ງ, ໂປໂລຍ, ໂປກຕຸຍງານ, ຣູມານີ, ເຊັກບີ, ແອັດສະປາຍ ແລະ ໄທ. ບັນດາປະເທດ ໄດ້ຍົກອອກຄຳຮຽກຮ້ອງໃນສະພາບການປະເທດເປັນກາງໄກ່ເກ່ຍແມ່ນ ອາເມລິກາ, ກາຕາ ແລະ ເອຢິບ ເຊື່ອມຕໍ່ການເຈລະຈາຄືນໃໝ່ ເພື່ອແນໃສ່ບັນລຸໄດ້ຂໍ້ຕົກລົງຢຸດຍິງ ແລະ ປ່ອຍຕົວປະກັນພາຍຫຼັງການປະທະກັນທີ່ເກີດຂຶ້ນມາເປັນເວລາເກືອບ 8 ເດືອນ ນັບແຕ່ວັນທີ 7 ຕຸລາ ປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ