ອິດສະລາແອັນ: ບັນດາພັກການເມືອງຍູ້ແຮງຄວາມມານະພະຍາຍາມເຈລະຈາສ້າງຕັ້ງລັດຖະບານ

(VOVWORLD) -  ບັນດາກຸ່ມເຈລະຈາຂອງ 2 ພັກ Likud ແລະຂຽວ-ຂາວຈະຈັດກອງປະຊຸມຫລາຍຄັ້ງໃນຊຸມວັນຈະມາເຖິງເພື່ອຊຸກຍູ້ການເຈລະຈາແລະສ້າງຂໍ້ຕົກລົງສຳພັນທະມິດໃຫ້ສຳເລັດໃນວັນທີ 23 ມີນາຈະມາເຖິງ,ສະພາແຫ່ງຊາດອິດສະລາແອັນກັບມາຈັດກອງປະຊຸມຄືນໃໝ່ແມ່ນເພື່ອຕັດສິນວ່າພັກໃດຈະຄວບຄຸມຕຳແໜ່ງປະທານສະພາແຫ່ງຊາດແລະການນຳບັນດາຄະນະກຳມະການຫຼັກແຫຼ່ງໃນສະພາແຫ່ງຊາດ.
ອິດສະລາແອັນ: ບັນດາພັກການເມືອງຍູ້ແຮງຄວາມມານະພະຍາຍາມເຈລະຈາສ້າງຕັ້ງລັດຖະບານ - ảnh 1ການນຳພັກ Likud Benjamin Netanyahu (ຊ້າຍ) ແລະ ການນຳພັກຂຽວ-ຂາວ Benny Gantz. (ພາບ: News1)

        ປະຈຸບັນ, ພັກຂຽວ - ຂາວຍັງຄົງຮຽກຮ້ອງໃຫ້ໄດ້ດຳລົງຕຳແໜ່ງບັນດາກະຊວງການຕ່າງປະເທດ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບພາຍໃນ, ກະຊວງຍຸຕິທຳແລະກະຊວງວັດທະນະທຳ. ນອກນັ້ນ, ເພື່ອຮັບປະກັນຄວາມດຸ່ນດ່ຽງກ່ຽວກັບຕຳແໜ່ງລັດຖະມົນຕີໃນລັດຖະບານສຳພັນທະມິດນັ້ນ, ລັດຖະມົນຕີບາງທ່ານຂອງພັກ Likud ຈະຕ້ອງລາອອກຈາກຕຳແໜ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ