ອິດສະລາແອັນ: ສົນທິສັນຍາສັນຕິພາບກັບ UAE ແມ່ນປະຫວັດສາດ ແລະ ເພື່ອສະຖຽນລະພາບຢູ່ພາກພື້ນ

(VOVWORLD) - ກ່າວຄຳເຫັນທີ່ກອງປະຊຸມຖະແຫຼງຂ່າວໃນວັນທີ 24 ສິງຫາ, ພາຍຫລັງການພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ທີ່ພວມມີການຢ້ຽມຢາມ ອິດສະລາແອັນ, 

ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ໃຫ້ຮູ້ວ່າ: ສົນທິສັນຍາສັນຕິພາບທີ່ຫາກໍ່ເຊັນກັບສະຫະລັດ ອາຣັບເອມີເຣດ (UAE) ແມ່ນປະຫວັດສາດ ແລະ ປະກອບສ່ວນເຂົ້າໃນສະຖຽນລະພາບຂອງພາກພື້ນ. ທ່ານ Netanyahu ເນັ້ນໜັກວ່າ ນີ້ແມ່ນຜົນງານທີ່ດີເລີດ ແນໃສ່ປະກອບສ່ວນເຂົ້າສະຖຽນລະພາບ, ເປີດສັງກາດໃໝ່ໃນການພົວພັນລະຫວ່າງ ອິດສະລາແອັນ ກັບບັນດາປະເທດອື່ນໆຢູ່ຕາເວັນອອກກາງໃນອະນາຄົດອັນໃກ້ໆນີ້.

ອິດສະລາແອັນ: ສົນທິສັນຍາສັນຕິພາບກັບ UAE ແມ່ນປະຫວັດສາດ ແລະ ເພື່ອສະຖຽນລະພາບຢູ່ພາກພື້ນ - ảnh 1 ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo (ພາບ: VOV.VN)

ສ່ວນທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໃຫ້ຮູ້ວ່າ ອາເມລິກາ ພວມມານະພະຍາຍາມ ເພື່ອໃຫ້ພາກພື້ນຕາເວັນອອກກາງ ກາຍເປັນສະຖຽນລະພາບກ່ວາ, ສ້າງການພົວພັນດ້ານເສດຖະກິດ ແລະ ຮັບປະກັນບັນດາໂອກາດການປ່ຽນແປງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ